
ຄົນເກີດວັນອາທິດ:ການງານເດິນທາງຕິດຕໍ່ງານຈະປະສົບຄວາມສຳເລັດ ການເງິນໄດ້ພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8
ຄົນເກີດວັນຈັນ:ການງານການກໍ່ການຄ້າຈະໄດ້ກຳໄລດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການເງິິນອາດເສຍເງິນຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ຄວາມຮັກຕົກຢູ່ໃນສະຖານະການຮັກຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານເຮັດວຽກໜັກ ແລະ ເມື່ອຍຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບທ່ານ ການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມຮັກບໍ່ລົງຕົວເລື່ອງຄວາມສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7
ຄົນເກີດວັນພຸດ:ການງານວາງແຜນການເຮັດວຽກງານໃນຮູບແບບມືອາຊີບຈຶ່ງສາມາດແກ້ອຸປະສັກບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ການເງິນມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ
ຄວາມຮັກສຸກສົມຫວັງໃນເລື່ອງຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານວາງແຜນການເຮັດວຽກງານໄດ້ໃນຮູບແບບມືອາຊີບ ການເງິນມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ເກັບ ຄວາມຮັກມີໂອກາດໄດ້ພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈໃນໄວໆນີ້
ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ8
ຄົນເກີດວັນສຸກ:ການງານຈະໄດ້ພົບຮຸ້ນສ່ວນທີ່ດີທີ່ຈະຮ່ວມກັນເຮັດທຸລະກິດໃຫ້ເກີດຄວາມສຳເລັດ ການເງິນເປັນມື້ໂຊກດີມີໂຊກຈະໄດ້ເງິນເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກສຸກສົມຫວັງໃນເລື່ອງຂອງຄວາມຮັກ
ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເທົາ ເລກນຳໂຊກ1
ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍການງານໂດຍບໍ່ທັນຕັ້ງໂຕ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຍການໃຊ້ຈ່າຍໃນໄລຍະນີ້ ຄວາມຮັກສຸກສົມຫວັງໃນການໃຊ້ຊີວິດຮັກ ແຕ່ຕ້ອງຫາເວລາພົບປະກັບຄົນຮັກໃຫ້ຫຼາຍໆ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ5
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














