
ທ່ານ ພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ລາຍງານຕໍ່ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈຳປີ 2022 ແລະ 6 ເດືອນຕົ້ນປີ 2023, ທິດທາງແຜນການ 6 ເດືອນທ້າຍປີ, ໃນວັນທີ 6 ກໍລະກົດ 2023 ວ່າ: ໃນໄລຍະຜ່ານມາ ຜູ້ຖືກເຄາະຮ້າຍແລະຕົກເປັນເຫຍື່ອຂອງການຄ້າມະນຸດແມ່ນພວກກ່ຽວໄດ້ລັກລອບໄປອອກແຮງງານ ແລ້ວຖືກຕົວະຍົວະຫລອກລວງ ໂດຍການກົດຂີ່ຂູດຮີດແຮງງານຢູ່ບ່ອນອື່ນ ຈິ່ງຖືກສົ່ງກັບມາຊຶ່ງກາຍເປັນ ບັນຫາທີ່ໜ້າເປັນຫວ່ງຫຼາຍ.
ໃນປັດຈຸບັນພວກເຮົາໄດ້ປະເຊີນກັບໄຟເງິນເຟີ້, ສະພາບເສດຖະກິດຕະຫລາດຖີບໂຕເພີ່ມຂຶ້ນສູງ ແລະ ບັນຫາອັນສໍາຄັນໃນແຂວງຄຳມ່ວນກໍາລັງໄດ້ຮັບການພັດທະນາທາງດ້ານເສດຖະກິດຢ່າງກວ້າງຂວາງ ເປັນຕົ້ນເຂດສໍາປະທານບໍ່ເກືອກາລີ ບ້ານດົງໃຕ້, ເມືອງ ທ່າແຂກ ແລະ ໄດ້ຮັບສໍາປະທານໃໝ່ ກໍາລັງເລີ່ມຂຸດຄົ້ນ ຢູ່ທີ່ ບ້ານນາຄໍາ, ເມືອງໜອງບົກ, ເຊິ່ງໃນຂົງເຂດດັ່ງກ່າວໄດ້ມີ ແຮງງານຈາກຕ່າງປະເທດເປັນຕົ້ນຄົນສັນຊາດຈີນ, ໄດ້ເດີນທາງເຂົ້າມາອອກແຮງງານຮັບຈ້າງຫຼາຍພັນຄົນ ນອກຈາກນັ້ນ ກໍໄດ້ມີພົນລະເມືອງລາວ ຈາກຫຼາຍທ້ອງຖິ່ນເຂົ້າປະກອບອາຊີບໃນຫຼາຍສາຂາ ເປັນຕົ້ນການ
ບໍລິການ ເຮືອນພັກ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານອົບນວດ ແລະ ອື່ນໆ ເຊິ່ງການປະກອບອາຊີບດັ່ງກ່າວ ຈຳນວນນຶ່ງພັດມີການແອບແຝງຂາຍປະເວນີຂອງຍິງສາວທີ່ເປັນພົນລະ ເມືອງລາວໄປນຳ, ຜ່ານການປະຕິບັດງານຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ໄລຍະຜ່ານມາ ສາມາດມ້າງໄດ້ແລ້ວຈໍານວນ 4 ຮ້ານ ເຊິ່ງມີຜູ້ຖືກຫາ ຈໍານວນ 13 ຄົນ, ຍິງ 12 ຄົນ, ທາງເຈົ້າໜ້າທີ່ຕໍາຫຼວດໄດ້ສະຫລຸບສົ່ງໃຫ້ອົງການໄອຍະການປະຊາຊົນ ແຂວງ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ນອກຈາກນັ້ນໃນຂົງເຂດດັ່ງກ່າວ ກໍຍັງມີການລັກແຕ່ງງານບໍ່ຖືກຕ້ອງຕາມກົດໝາຍ ແລະ ອາຊະຍາກໍາອື່ນໆ ຊຶ່ງກາຍເປັນບັນຫາຂອງສັງຄົມ ທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂໃຫ້ທັນການ.
ທີ່ມາ ລາຍການ ຄວາມສະຫງົບແຂວງຄຳມ່ວນ
ຮູບພາບ: ເປັນພຽງພາບປະກອບເທົ່ານັ້ນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














