
ໃນວັນທີ 6 ກໍລະກົດ 2023 ທີ່ຜ່ານມາ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ສົມທົບກັບບໍລິສັດ ບໍລິການ ການຄ້າປາກເຊ ແລະ ໜ່ວຍງານຈັດສັນຕະຫລາດໃໝ່ປາກເຊ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການບໍລິການຊື້-ຂາຍ ຕາມຈຸດຊື້-ຂາຍຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ເພື່ອເຮັດໃຫ້ການຄຸ້ມຄອງການຊື້-ຂາຍ ໃຫ້ຖືກຕ້ອງຕາມລະບຽບການ ແນ່ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້ສັງ ຄົມມີຄວາມຍຸຕິທຳ.
ເຊິ່ງການຊື້-ການຂາຍໃນລະດູຝົນ ເຫັນວ່າຫລຸດລົງ ໂດຍສະເພາະແມ່ນການຂາຍສະບຽງອາຫານ, ຜູ້ຄ້າ-ຂາຍຈໍານວນໜຶ່ງ ອອກໄປຂາຍຢູ່ຕາມແຄມທາງ ແລະ ພື້ນທີ່ຂອງຕົນເອງ. ພ້ອມນີ້ ຍັງຍົກໃຫ້ເຫັນການຄຸ້ມຄອງການນໍາໃຊ້ຊິງຊັ່ງ ຂອງພໍ່ຄ້າ-ແມ່ຄ້າຈໍານວນໜຶ່ງ ເປັນຕົ້ນ ການຂາຍປາ ທີ່ນໍາໃຊ້ຊິງຊັ່ງບໍ່ໄດ້ຕາມມາດຕະຖານເຕັກນິກ ການນຳໃຊ້ ໃນການບໍລິການຊື້-ຂາຍ ພາຍໃນຕະຫລາດໃໝ່ປາກເຊ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງຕະຫລາດ ໄດ້ແນະນໍາຕັກເຕືອນ ແລະ ສຶກສາອົບຮົມ ຕໍ່ຜູ້ລະເມີດ ຖ້າເຮັດອີກ ກໍຈະໄດ້ດໍາເນີນ ຕາມລະບຽບການ.
Cr.ໜັງສືພິມຈຳປາໃໝ່
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














