
ເກີດເຫດລົດໃຫຍ່ 10 ລໍ້ປິ້ນ ຢູ່ເສັ້ນທາງໂຮ່ຈີ່ມິນ ໂຄ້ງພູຫ້ວຍພໍ່ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.ທ່ານ ຮ້ອຍເອກ ລຳພອນ ສຸດລະຄົມ ຮອງພະແນກຕຳຫລວດ ຊີ້ນຳວຽກງານ ຈາລະຈອນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ 2023 ເວລາ 6: 30 ໂມງ, ໄດ້ຮັບແຈ້ງການຈາກພົນລະເມືອງດີ ພົບເຫັນມີລົດກາມັດ 10 ລໍ້ , ບັນທຸກເຄື່ອງ ໝາຍເລກທະບຽນ (ບກ 0638 ສະຫວັນນະເຂດ) ເກີດບັດຕິເຫດທີ່ເສັ້ນທາງໂຮຈີມິນ, ໂຄ້ງພູຫ້ວຍພໍ່ ລົງຄ້ອຍ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນະເຂດ.
ຜູ້ກ່ຽວບັນທຸກເຄື່ອງຈະເດີນທາງໄປເມືອງນອງ ພໍມາຮອດຈຸດດັ່ງກ່າວ ເປັນທາງໂຄ້ງຍາວ ແລະຄ້ອຍຊັນ ບໍ່ສາມາດຄວບຄຸມລົດໄດ້ ຈຶ່ງພາໃຫ້ລົດແລ່ນອອກຈາກທາງປີ້ນລົງໂຄ້ງຂ້າງທາງ ຢູ່ໃນລົດບັນທຸກມີຜູ້ຂັບ 1 ຄົນ, ເຊິ່ງ ເສຍຊີວິດຄາທີ່. ຈາກການຄົ້ນພົບ ບັດປະຈຳຕົວ ແລະ ສຳເນົາຕ່າງໆຈຶ່ງຮູ້ວ່າຜູ້ຂັບຂີ່ ຊື່ ທ້າວ ເຕິນວັນກວາງ, ອາຍຸ 46 ປີ, ກຳມະກອນ ຊາວຫວຽດນາມ, ສ່ວນສົບຂອງຜູ້ກ່ຽວທາງເຈົ້າໜ້າທີ່ໄດ້ປະສານຫາຍາດຕິພີ່ນ້ອງ ເພື່ອນຳໄປທຳພິທີກຳທາງສາສະໜາ. ສຳລັບລົດ ທາງພາກສ່ວນວິຊາສະເພາະໄດ້ເຮັດບົດບັນທຶກກັກໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ: ຖວທ ເມືອງນອງ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














