ດວງ-Tou-Vientianepost - 2023-07-10T190727.882
ແຂວງເຊກອງ ເລີກຮື້-ມ້າງຄະດີຢາເສບຕິດໄດ້ 100 ກວ່າເລື່ອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 July, 2023
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະກາງສະໄໝຜ່ານມາ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງເຊກອງ ແລະ ເມືອງ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ, ແກ້ໄຂບັນຫາຢາເສບຕິດຕາມ 3 ບາດກ້າວ ແລະ ຢຶດໝັ້ນ 3 ຫລັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ຊຶ່ງເຮັດໃຫ້ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 115 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 117 ຄົນ, ຢຶດຂອງກາງຢາເສບຕິດໄດ້ 90.228 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 106 ໜ່ວຍ, ປືນແກັບ-ປືນດັດແປງ 4 ກະບອກ ແລະ ເງິນສົດຈໍານວນໜຶ່ງ.
ທ່ານ ພັນເອກ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປກສ ແຂວງ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ວ່າດ້ວຍຢາເສບຕິດ,

ຜົນຮ້າຍຂອງຢາເສບຕິດ ແລະ ນິຕິກໍາອື່ນໆກ່ຽວຂ້ອງກັບຢາເສບຕິດຢູ່ 4 ເມືອງ, ສະຖານການສຶກສາ 115 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 8.597 ເທື່ອຄົນ; ກວດນໍ້າປັດສະວະຊອຫາສານເສບຕິດ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ເສບຢາເສບຕິດ ແລະ ຜູ້ຄ້າ-ຂາຍຢາເສບຕິດມີທັງໝົດ 3.978 ຄົນ, ຍິງ 101 ຄົນ. ໃນນີ້, ເປົ້າໝາຍຜູ້ຄ້າ-ຂາຍຢາເສບຕິດມີ 668 ຄົນ, ຍິງ 35 ຄົນ ແລະ ເປົ້າໝາຍຜູ້ເສບຢາເສບຕິດມີ 3.310 ຄົນ, ຍິງ 66 ຄົນ; ຕິດຕາມຄວາມຄືບໜ້າການປັບປຸງ-ສ້ອມແປງ ແລະ ກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ; ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນທົ່ວສັງຄົມໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຍູ້ແຮງຂະບວນການສ້າງບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ກົມກອງປອດຢາເສບຕິດ.

ທ່ານ ພັນເອກ ຄໍາບານ ພົມມະນີວົງ ໃຫ້ຮູ້ຕື່ມວ່າ: ເພື່ອສືບຕໍ່ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ກ່ອນອື່ນໝົດ ຕ້ອງປັບປຸງກົງຈັກການຈັດຕັ້ງອົງການສືບສວນ-ສອບສວນ, ປັບປຸງກໍາລັງ ປກສ ແຂວງແຕ່ລະຂັ້ນ, ສ້າງຄວາມໂປ່ງໃສຮອບດ້ານ ໃນການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ກວດນໍ້າປັດສະວະຫາສານເສບຕິດ, ເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລະ ສຶກສາອົບຮົມຜູ້ເສບ-ຜູ້ຄ້າຂາຍຢາເສບຕິດ, ໂຄສະນາປະຊາສໍາພັນຜົນຮ້າຍ ຂອງຢາເສບຕິດໃຫ້ກວ້າງຂວາງ, ປຸກລະດົມປະຊາຊົນໃຫ້ມີສ່ວນຮ່ວມ ຕໍ່ການແກ້ໄຂບັນຫາຢາເສບຕິດ ແລະ ສືບຕໍ່ແກ້ໄຂບັນຫາຢາເສບຕິດ, ດໍາເນີນຄະດີໃຫ້ຖືກຕ້ອງ ແລະ ຮັດກຸມ, ຜູ້ເຮັດຜິດຕ້ອງໄດ້ຮັບການຕັດສິນລົງໂທດ ຕາມລະບຽບກົດໝາຍ.

ຂ່າວ: ສັນຍາ, ພາບ: ປກສ ແຂວງ

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
jane (52)
ດາວສຸກເຄື່ອນຍ້າຍລາສີ ເງິນ ໂຊກລາບ ສົ່ງຜົນຊັດເຈນ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ
pele - 2025-09-18T100410.135
ຈີນ ​​ສ້າງ​ດິນ​ປູກ​ຝັງ​ມາດ​ຕະ​ຖານ​ສູງ​ຫຼາຍກວ່າ 66 ​ລ້ານ​ເຮັກ​ຕາ
pele - 2025-09-18T093604.546
8 ເດືອນປີນີ້ ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ ສ​ປ​ປ ລາວ ເພີ່ມຂຶ້ນ 15%
jane (51)
ເເຈ້ງປັບຂຶ້ນລາຄານໍ້າມັນທຸກປະເພດ ເລີ່ມປະຕິບັດແລ້ວ ວັນທີ 18/09/2025 ແຕ່ເວລາ 6:00 ຂອງມື້ນີ້
pele - 2025-09-17T162708.001
ເປີດຫ້ອງວາງສະແດງເມືອງແຫ່ງສະເໜ່ຂອງ ສປປ ລາວ ໃນງານ CAEXPO
jane (50)
ນາທີຊີວິດເຫດສາວຈີນດື່ມຊານົມໄຂ່ມຸກແລ້ວໄຂ່ມຸກໄຫລເຂົ້າໄປໃນຫລອດລົມ ໂຊກດີພົນລະເມືອງດີເຂົ້າຊ່ວຍຊີວິດທັນໃນຊ່ວງ 4 ນາທີລະທຶກ
pele - 2025-09-17T145859.020
ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ
ຢ່າລື່ມກົດຕິດຕາມ