ດວງ-Tou-Vientianepost - 2023-07-11T203328.701
ສະພາແຫ່ງຊາດ ສະເໜີລັດຖະບານ ເພີ່ມທະວີ ຕິດຕາມວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 July, 2023
ໝວດ: ຂ່າວ

ສະພາແຫ່ງຊາດ ສະເໜີລັດຖະບານ ເພີ່ມທະວີ ຕິດຕາມວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ ຂປລ. ການຄຸ້ມຄອງແຮ່ທາດໃນໄລຍະຜ່ານມາ ເຖິງວ່າ ລັດ ຖະບານ ໄດ້ມີຄວາມເອົາໃຈໃສ່ໃນຫລາຍດ້ານ ແຕ່ຍ້ອນ ຄວາມຮູ້ ແລະ ຄວາມສາມາດ ທາງດ້ານວິທະຍາສາດ, ວິຊາ ການ ກ່ຽວກັບແຮ່ທາດ ຂອງປະເທດເຮົາ ຍັງມີຂໍ້ຈໍາກັດ, ຍັງຂາດເຂີນເຄື່ອງຈັກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ, ສະນັ້ນ, ສະພາແຫ່ງຊາດ ຈຶ່ງໄດ້ມອບໃຫ້ ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດ

ເສຍຜົນປະໂຫຍດ, ເພີ່ມທະວີ ເອົາໃຈໃສ່ພັດທະນາ ບຸກຄະລາກອນດ້ານແຮ່ທາດ ໃຫ້ຕອບສະໜອງກັບວຽກ ງານໄລຍະໃໝ່, ພ້ອມທັງ ຕິດຕາມການດໍາເນີນໂຄງການບໍ່ແຮ່ຕ່າງໆ ໃຫ້ມີຄວາມໂປ່ງໃສ່, ສອດຄ່ອງກັບກົດໝາຍ, ຮັບປະກັນດ້ານລາຍຮັບຂອງລັດ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້. ພ້ອມກັນນັ້ນ, ກໍໃຫ້ເລັ່ງປັບປຸງລັດວິສາຫະກິດແຮ່ທາດລາວ ໃຫ້ມີຄວາມເຂັ້ມແຂງ ເພື່ອຮອງຮັບການພັດ ທະນາຂົງເຂດ ດັ່ງກ່າວ.

ທ່ານ ສົມມາດ ພົນເສນາ ໄດ້ຖະແຫລງ ຜົນການພິຈາລະນາ ຮ່າງຍຸດທະສາດ ການພັດທະນາແຮ່ທາດ 10 ປີ (2021- 2030) ແລະ ວິໄສທັດ ຮອດປີ 2035 ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ກໍລະກົດ 2023 ນີ້ວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານແຮ່ທາດ ເຊິ່ງເປັນຊັບພະຍາກອນ ທີ່ມີຈໍາກັດ ໃຫ້ມີຄວາມຍືນຍົງນັ້ນ, ຍຸດທະສາດ ແລະ ວິໄສທັດ ກ່ຽວກັບວຽກງານແຮ່ທາດ ຈໍາເປັນຕ້ອງເນັ້ນໃສ່ ການຈັດສັນປະເພດແຮ່ທາດ ທີ່ມີຄຸນຄ່າສູງ ແລະ ຫາຍາກ, ກໍານົດແຈ້ງ ກ່ຽວກັບເຂດຫວງຫ້າມ, ເຂດຍຸດທະສາດ ທີ່ຈະຮັກ ສາໄວ້ຍາວນານ ເພື່ອລູກຫລານໃນອະນາຄົດ, ຕ້ອງມີການສໍາຫລວດປະເມີນປະລິມານ ການສະສົມຂອງແຮ່ທາດ ແລະ ຕ້ອງສຶກສາຄົ້ນຄວ້າ ລວບລວມຂໍ້ມູນຢ່າງລະອຽດ ເພື່ອກໍານົດທິດທາງ

ແຜນການຂຸດຄົ້ນ ໃຫ້ມີປະສິດທິພາບ ແລະ ຍືນຍົງ. ພ້ອມນັ້ນ, ລັດຖະບານ ຕ້ອງໄດ້ຄົ້ນຄວ້າຈັດສັນແຫລ່ງທຶນ ເຂົ້າໃນວຽກງານສໍາຫລວດສ້າງແຜນທີ່ ທໍ ລະນີສາດ-ແຮ່ທາດ ເພື່ອເປັນຂໍ້ມູນ ໃນການປະເມີນປະສິດ ທິຜົນ ທາງເສດຖະກິດ ແລະ ກໍານົດເຂດສະຫງວນ-ເຂດຫວງຫ້າມຕ່າງໆ. ນອກນັ້ນ ກໍຕ້ອງໄດ້ຄົ້ນຄວ້າ ຊອກຫາວິທີ ການນໍາເອົາແຮ່ທາດມາປຸງແຕ່ງຄືນ ເພື່ອຫລຸດຜ່ອນຄວາມຕ້ອງການ ໃນການຂຸດຄົ້ນໃໝ່ ແລະ ຮັກສາແຫລ່ງຊັບພະຍາກອນ ໃຫ້ສາມາດນໍາໃຊ້ໄດ້ໃນໄລຍະຍາວ.

ສຳລັບ ການກໍານົດເນື້ອໃນ ຂອງຍຸດທະສາດ ແລະ ວິໄສທັດການຄຸ້ມຄອງແຮ່ທາດ ຕ້ອງມີຄວາມຊັດເຈນ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂດຍໃຫ້ສູນກາງ ກໍຄື ກະຊວງພະລັງ ງານ ແລະ ບໍ່ແຮ່ ເປັນຜູ້ຄຸ້ມຄອງມະຫາພາກ ສ່ວນທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ ໂດຍສະເພາະ ໂຄງການພັດທະນາແຮ່ທາດ ທີ່ມີມູນຄ່າສູງ, ມີຂະໜາດໃຫຍ່ ແລະ ເປັນໂຄງ ການທີ່ຕິດພັນກັບ ຫລາຍຂະແໜງການ ຕ້ອງໄດ້ຜ່ານການພິຈາລະນາອະນຸມັດຈາກ ສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ ເຊິ່ງເປັນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມເປັນເຈົ້າ ຂອງປະເທດຊາດ ຂອງປະຊາ ຊົນບັນດາເຜົ່າ (ຄວນມີນິຕິກໍາລະອຽດຕື່ມ).

ສໍາລັບ ການໃຫ້ສິດຕົກລົງອະນຸມັດ ໂຄງການພັດທະນາແຮ່ທາດ ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ຕ້ອງມີ ການຄັດເລືອກ ເອົາບໍລິສັດໃຫຍ່ ທີ່ມີຄວາມໜ້າເຊື່ອຖື, ມີປະສົບການ ແລະ ມີຄວາມຊໍານິຊຳນານ ເຂົ້າມາລົງທຶນ.

ທີ່ມາ:ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ