ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ວັນທີ 11 ກໍລະກົດ 2023 ທົ່ວປະເທດມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ເພີ່ມໃໝ່ 1 ຄົນ ຢູ່ບ້ານປາກສາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ, ເຮັດໃຫ້ທົ່ວແຂວງມີຜູ້ເສຍຊີວິດຍ້ອນພະຍາດນີ້ເຖິງ 3 ຄົນແລ້ວ, ນັບແຕ່ຕົ້ນເດືອນມັງກອນ 2023 ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມເພີ່ມຂຶ້ນ 10.000 ກວ່າກໍລະນີ ແລະ ມີຜູ້ເສຍຊີວິດທັງໝົດ 6 ຄົນ, ໃນນັ້ນນະຄອນຫລວງວຽງຈັນ 1 ຄົນ, ແຂວງຄໍາມ່ວນ 1 ຄົນ, ແຂວງສະຫວັນນະ ເຂດ 1 ຄົນ ແລະ ແຂວງບໍລິຄໍາໄຊ 3 ຄົນ.
ເພື່ອປ້ອງກັນໄຂ້ຍຸງລາຍບໍ່ໃຫ້ມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ ຮຽກຮ້ອງໃຫ້ທຸກຄົນຈົ່ງຊ່ວຍກັນເພີ່ມທະວີມາດຕະການປ້ອງກັນໄຂ້ຍຸງລາຍ ໂດຍສະເພາະໃຫ້ທໍາລາຍແຫລ່ງເພາະພັນຫນອນນໍ້າ ຫລື ລູກຍຸງລາຍຢູ່ບໍລິເວນເຮືອນໃຫ້ເປັນປະຈໍາ ແລະ ປະຕິບັດມາດຕະການ 5 ປ ຢ່າງເຂັ້ມງວດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |