ດວງ-Tou-Vientianepost - 2023-07-17T120259.271
ແຂວງອັດຕະປື ເຕືອນພະຍຸໝູນເຂດຮ້ອນ ຈະເຮັດໃຫ້ມີຝົນຕົກໜັກ 17-19 ກໍລະກົດ ນີ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 July, 2023
ໝວດ: ຂ່າວ

ວັນທີ 16 ກໍລະກົດ 2023 , ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນພະຍຸໝູນເຂດຮ້ອນໃນໄລຍະວັນທີ 17-19 ກໍລະກົດ 2023, ເນື່ອງຈາກວ່າພະຍຸດີເປຼຊັນປັດຈຸບັນໄດ້ກໍ່ຕົວຢູ່ເຂດທະເລຈີນຕອນກາງໃກ້ກັບພາກເໜືອຂອງປະເທດຟິລິບປິນ, ຊຶ່ງມີຈຸດສູນກາງຢູ່ເສັ້ນຂະຫນານທີ 18.0 ອົງສາ ເຫນືອ ແລະ ເສັ້ນແວງທີ 118.4 ອົງສາຕາເວັນອອກ ດ້ວຍຄວາມໄວ 55 ກິໂລແມັດຕໍ່ຊົ່ວໂມງ ແລະ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກາລັງແຮງປານກາງພັດປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 17 ຫາ 19 ກໍລະກົດ 2023ນີ້, ຊຶ່ງ

ຈະເຮັດໃຫ້ມີຝົນຕົກໃນລະດັບ ຄ່ອຍ ຫາ ປານກາງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກໃຕ້ໂດຍສະເພາະແຂວງອັດຕະປື. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນມາຍັງອໍານາດການປົກຄອງແຂວງ ແລະ ພໍ່ແມ່ປະຊາຊົນພາຍໃນ 5 ຕົວເມືອງ, ຈົ່ງມີສະຕິ ລະມັດລະວັງໃນການເດີນທາງ, ຜູ້ທີ່ໃຊ້ລົດ, ເຮືອ, ຕາມສະຖານທີ່ຕ່າງໆ ຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າ ເຫຼື້ອມໃນໄລຍະ 1 – 3 ວັນຕໍ່ຫນ້ານີ້ ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ຕົ້ນໄມ້ຫັກ, ດິນເຈື່ອນ, ນໍ້າຖ້ວມກະທັນຫັນທີ່ ອາດຈະເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ອັດຕະປື.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ