ດວງ-Tou-Vientianepost - 2023-07-17T202604.292
ລາວ ຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 July, 2023
ໝວດ: ຂ່າວ

ໃນວັນທີ 16 ກໍລະກົດ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ທີ່ ບາງກອກ, ປະເທດໄທ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Subrahmanyam Jaishankar, ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ແລະ ບັນດາປະເທດແມ່ນໍ້າຂອງ ກໍໄດ້ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ໄດ້ຮ່ວມກັນທົບທວນຄືນການຮ່ວມມື ລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງຜ່ານມາ ແລະ ແຜນປະຕິບັດງານແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄລຍະປີ 2019-2022. ເຊິ່ງໃນນັ້ນ, ເຫັນວ່າໄດ້ມີຫຼາຍໂຄງການຮ່ວມມືໄດ້ຖືກຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ຊ່ວຍປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວພວກເຮົາກໍໄດ້ມີໂຄງການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ທີ່ຕິດພັນກັບການແກ້ໄຂຄວາມທຸກຍາກທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ລາວ ຈຳນວນຫຼາຍກວ່າ 11 ໂຄງການ ມູນຄ່າ 500,000 ກວ່າໂດລາສະຫະລັດ. ​

ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອຟື້ນຟູສະພາບເສດຖະກິດໃນພາກພື້ນແມ່ນໍ້າຂອງ ໂດຍສະເພາະ ພັດທະນານະວັດຕະກຳ ແລະ ເຕັກໂນໂລຊີທັນສະໄໝເຂົ້າໃນທຸກຂົງເຂດ, ​ສົ່ງເສີມບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs), ຮັດແໜ້ນການຮ່ວມມືໃນການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍບັນດາຂົງເຂດບູລິມະສິດຂອງຂອບການຮ່ວມມື ຄື: ການທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT), ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະສິກຳ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 12 ແລະ ເອກະສານຊ້ອນທ້າຍ ຈໍານວນ 2 ສະບັບ: ເອກະສານແນວຄວາມຄິດຕໍ່ປະເທດຮັບຜິດຊອບກົນໄກການຮ່ວມມື ແລະ ເອກະສານແນວຄວາມຄິດການຮ່ວມມືສະພາທຸລະກິດແມ່ນໍ້າຂອງ-ແມ່ນໍ້າຄົງຄາ. ໃນໂອກາດດຽວກັນນີ້, ສປປ ລາວ ກໍໄດ້ມອບ-ຮັບ ການເປັນປະເທດປະທານຮ່ວມ ໃຫ້ແກ່ ສສ. ມຽນມາ ສືບຕໍ່ເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕໍ່ໄປ.

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2000 ໂດຍມີອິນເດຍເປັນຄູ່ຮ່ວມພັດທະນາ. ກົນໄກການຮ່ວມມືລະດັບສູງສຸດແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດ ໂດຍຈະຖືກຈັດຂຶ້ນໃນໄລຍະດຽວກັນກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໃນທຸກໆປີ. ຊຶ່ງກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງປະຖົມມະເລີກ ໄດ້ຖືກຈັດຂຶ້ນໃນວັນທີ 10 ພະຈິກ 2000, ທີ່ ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການຮ່ວມມືແມ່ນເພື່ອເສີມສ້າງ ແລະ ເຊື່ອມໂຍງການຮ່ວມມືກັນໃນດ້ານ: ວຽກງານການທ່ອງທ່ຽວ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີການສື່ສານ (ICT), ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກະສິກຳ, ລວມທັງ ໂຄງການເຫັນຜົນໄວ (Quick Impact Project – QIP) ເຊິ່ງ ອິນເດຍ ສະໜັບສະໜູນທຶນຮອນ ຈຳນວນ 1 ລ້ານ ໂດລາສະຫະລັດ ໃຫ້ແກ່ປະເທດແມ່ນໍ້າຂອງທັງໝົດ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-06T163220.790
ຫົວໃຈດວງທີ 2 ຂອງມະນຸດຢູ່ທີ່ນ່ອງ ເຮັດໜ້າທີ່ປັ້ມເລືອດກັບຄືນໄປທີ່ໜ້າເອິກ
_cover - 2025-08-06T160311.724
ໄຂກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ
_cover - 2025-08-06T152529.289
ອົດສະຕາລີຂະຫຍາຍກອງທັບ ສັ່ງຊື້ເຮືອຮົບລຸ້ນໃໝ່ຈາກຍີ່ປຸ່ນ 11 ລຳ
pele - 2025-08-06T110936.731
ກອງປະຊຸມຄະນະວິຊາການ ກ່ຽວກັບການພັດທະນາຜະລິດຕະພັນປ່າໄມ້ ອາຊຽນ ຄັ້ງທີ 28
site cover1 (68)
ບໍ່ຕ້ອງຜ່າຕັດ ຢາຍອດຕາຊະນິດໃໝ່ ຊ່ວຍຮັກສາຕໍ້ກະຈົກ
site cover1 (65)
ສະນິດກວ່າຄົນ - ການຄົ້ນຄວ້າພົບວ່າ Gen Z ມັກສົນທະນາກັບ AI ເປັນທີ່ປຶກສາ ແກ້ໄຂບັນຫາຊີວິດ
site cover1 (64)
ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ການສະຫນັບສະຫນູນ ການແຂ່ງຂັນກິລາບານເຕະ ເປບຊີ ລາວລີກ 1 ລະດູການ 2025-2028
site cover1 (63)
EF (Executive Function) ທັກສະສະໝອງທີ່ຈຳເປັນຂອງເດັກຍຸກໃໝ່
_cover - 2025-08-05T144454.056
ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານເຫດການເກີດແຜ່ນດິນໄຫວ ຢູ່ບັນດາປະເທດໃກ້ຄຽງ
site cover1 (62)
ຮູ້ຈັກ Mouse Pad ອຸປະກອນວາງເທິງໂຕະທີ່ມີດີກວ່າເລື່ອນເມົາສ໌ໄປມາ
ຢ່າລື່ມກົດຕິດຕາມ