
ຄົນເກີດວັນອາທິດ:ການງານ ຊື່ສຽງຂອງທ່ານຢູ່ໃນເກນທີ່ດີເພາະຄວາມສຳເລັດທີ່ຕົນເອງສ້າງຂຶ້ນມາ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດ້ວຍຄວາມສຳເລັດທາງດ້ານທຸລະກິດ ຄວາມຮັກຈະພົບໝູ່ເພື່ອນຄູ່ຄິດທີ່ດີ ແລະ ອາດພັດທະນາຄວາມສຳພັນເປັນຄົນຮັກໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານໃຊ້ຄວາມສະຫລຽວສະຫລາດໃນການຕິດຕໍ່ເຈລະຈາປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ອາດເປັນຄົນທີ່ເຂົ້າມາຊ່ວຍເຫຼືອ ຄວາມຮັກການງານນຳພາໄປພົບຮັກທີ່ດີ ຊຶ່ງອາດເປັນຄົນທີ່ທ່ານກໍຮູ້ຢູ່ແກ່ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ0
ຄົນເກີດວັນອັງຄານ:ການງານການເຮັດທຸລະກິດດ້ານການບັນເທີງ ເຮັດທຸລະກິດດ້ານການຄ້າອາຫານ ເຮັດທຸລະກິດດ້ານການສຶກສາ ໃນຊ່ວງນີ້ໄດ້ຜົນກຳໄລຫລາຍຂຶ້ນຢ່າງເຫັນໄດ້ແຈ້ງ ການເງິນຈະພົບຄວາມເຄັ່ງຕຶງດ້ານການເຮັດທຸລະກິດທາງດ້ານການເງິນ ຄວາມຮັກໄລຍະນີ້ຈະມີຄົນເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6
ຄົນເກີດວັນພຸດ:ການງານໄລຍະນີ້ກຳລັງປຶກສາກັບຫຸ້ນສ່ວນຫລືທີມງານທີ່ຈະຂະຫຍາຍທຸລະກິດ ການເງິນມີໂຊກຈາກທາງຊັບສິນ ອາດຈະໄດ້ຂາຍທີ່ດິນ ຫຼື ຊື້ທີ່ດິນທີ່ລາຄາເປັນກັນເອງ ຄວາມຮັກຈະພົບຮັກກັບຄົົນທີ່ຢູ່ໄກຕົວ ແຕ່ກໍອາດເປັນຄົນທີ່ທ່ານບໍ່ເຄີຍຄິດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ3
ຄົນເກີດວັນພະຫັດ:ການງານກຳລັງເລີ່ມທຸລະກິດທີ່ຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ໃນໄລຍະນີ້ ຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປຈຶ່ງຈະດີ ເພາະໄລຍະນີ້ທ່ານ ແລະ ຄົນຮັກມີບັນຫາກັນທຸກເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກນຳໂຊກ 5
ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຮ້ານອາຫານ ເຮັດທຸລະກິດດ້ານເສື້ອຜ້າ ມີໂອກາດປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ຄວາມຮັກຄວນໃຊ້ເຫດຜົນທີ່ດີເວົ້າກັບຄົນຮັກຈະສ້າງຄວາມສຳພັນທີ່ລົງຕົວຈະເຮັດໃຫ້ຄວາມຮັກໝັ້ນຄົງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ4
ຄົນເກີດວັນເສົາ:ການງານໄລຍະນີ້ຕ້ອງໃຊ້ຄວາມພະຍາຍາມຫລາຍເປັນພິເສດຈຶ່ງຈະເກີດຄວາມສຳເລັດ ການເງິນມີໂຊກຈະໄດ້ເງິນເຂົ້າມາເຮັດໃຫ້ຮູ້ສຶກດີໃຈ ຄວາມຮັກຍັງປະຕິເສດ ແລະ ຍັງບໍ່ເຊື່ອຖືຄົົນທີ່ບໍ່ມີຄວາມຈິງໃຈ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ8
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














