
ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາຍງານວ່າ: ປັດຈຸບັນ ອົງການກາແດງແຫ່ງຊາດລາວໄດ້ແຈ້ງການເຖິງອົງການກາແດງແຕ່ລະແຂວງໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງພະຍາກອນອາກາດຈາກກົມອຸຕຸນິຍົມອຸທົກກະສາດຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫລື ພະຍາກອນອາກາດຂອງບັນດາປະເທດໃກ້ຄຽງເປັນປະຈໍາ ເນື່ອງຈາກໃນໄລຍະນີ້ສະພາບອາກາດມີການປ່ຽນແປງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນໄດ້ຮັບຮູ້ ແລະ ມີສະຕິໃນການປ້ອງກັນກັບສິ່ງທີ່ຈະເກີດຂຶ້ນ, ນອກນີ້ ທາງອົງການກາແດງແຫ່ງຊາດລາວຍັງໄດ້ກຽມເຄື່ອງບັນເທົາທຸກ ເພື່ອໄວ້ຊ່ວຍເຫລືອປະຊາຊົນຖ້າກໍລະນີເກີດໄພພິບັດທາງທໍາມະຊາດຂຶ້ນ.
ນອກນັ້ນ, ທ່ານຍັງກ່າວຕື່ມວ່າ: ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກການຜະລິດໃນໄລຍະຜ່ານມາ ໂດຍສະເພາະການຂາດເຂົ້າກິນ. ສະນັ້ນ ທາງອົງການກາແດງແຫ່ງຊາດລາວຈະໄດ້ນໍາເອົາເຂົ້າສານຈໍານວນ 900 ໂຕນຈາກການຊ່ວຍເຫລືອຂອງອົງການອາຫານໂລກແຈກຢາຍໃຫ້ແຂວງເປົ້າໝາຍ 4 ແຂວງ ແລະ 16 ເມືອງ ມີຈໍານວນ 220 ບ້ານ ເປັນຕົ້ນ: ແຂວງ ອຸດົມໄຊ ຫລວງນໍ້າທາ, ເຊກອງ ແລະ ແຂວງສາລະວັນ ແລະ ຄາດວ່າພາຍໃນທ້າຍເດືອນກໍລະກົດນີ້ ຈະໄດ້ເລີ່ມແຈກຢາຍໃຫ້ສໍາເລັດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














