ດວງ-Tou-Vientianepost - 2023-07-21T103021.946
ພະແນກສາທາລະນະສຸກແຂວງຄໍາມ່ວນ ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 July, 2023
ໝວດ: ຂ່າວ

ພະແນກສາທາລະນະສຸກແຂວງຄໍາມ່ວນ ໄດ້ອອກແຈ້ງການໃນວັນທີ 18 ກໍລະກົດ 2023 ໃຫ້ລົບລ້າງຫນັງສືແຈ້ງການຂອງໂຮງຫມໍແຂວງຄໍາມ່ວນ ສະບັບເລກທີ 373/ ຮຫມຂ, ລົງວັນທີ 17 ກໍລະກົດ 2023 ທີ່ບໍ່ສອດຄ່ອງກັບນະໂຍບາຍປະກັນສຸຂະພາບແຫ່ງຊາດ ໂດຍມີເນື້ອໃນລະບຸວ່າ ປະຈຸບັນໂຮງຫມໍຂາດຢາປິ່ນປົວຈໍາເປັນພື້ນຖານ ເນື່ອງຈາກບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການສົ່ງຢາໃຫ້ແກ່ໂຮງຫມໍ.

ການລົບລ້າງແຈ້ງການສະບັບດັ່ງກ່າວຂອງທາງໂຮງຫມໍແຂວງ ກໍເພື່ອໃຫ້ເຮັດໃຫ້ການບໍລິການຂອງສະຖານປິ່ນປົວສຸຂະພາບຂອງພາກລັດສອດຄ່ອງຕາມລະບຽບ ກົດຫມາຍ ແລະ ນະໂຍບາຍທີ່ວາງອອກ ພະແນກສາທາລະນະສຸກແຂວງຄໍາມ່ວນ ຈຶ່ງອອກແຈ້ງການລະບຸໄວ້ ວ່າ:

ປະຊາຊົນທີ່ເຂົ້າມາໃຊ້ບໍລິການຮັກສາສຸຂະພາບທົ່ວໄປ ຢູ່ໂຮງຫມໍແຂວງ, ໂຮງຫມໍຊຸມຊົນ ແລະ ໂຮງນ້ອຍ ແມ່ນຍັງສືບຕໍ່ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານມາ ເຊິ່ງຜູ້ໃຊ້ ບໍລິການຕ້ອງໄດ້ນໍາເອົາປື້ມສໍາມະໂນຄົວ ຫຼື ເອກະສານຢັ້ງຢືນທີ່ຖືກຕ້ອງມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອຮັບສິດໃນການປິ່ນປົວຕາມນະໂຍບາຍຂອງລັດ. ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ, ພະນັກງານລັດວິສາຫະກິດ, ຜູ້ທີ່ເຂົ້າປະກັນສັງຄົມ ແລະ ຜູ້ທີ່ໄດ້ຮັບສິດຄຸ້ມຄອງ ໃຫ້ຈັດຕັ້ງປະຕິບັດຕາມປົກກະຕິຄືຜ່ານ ມາ ໂດຍໃຫ້ຖືບັດປະກັນສັງຄົມມາແຈ້ງຕໍ່ສະຖານທີ່ບໍລິການ ເພື່ອປະຕິບັດຕາມກົດຫມາຍວ່າດ້ວຍການປະກັນສຸຂະພາບແລະ ຄໍາສັ່ງແນະນໍາ ຂອງລັດຖະມົນຕີ ກະຊວງ ສາທາລະນະສຸກ ວ່າດ້ວຍກົນໄກການເກັບເງິນສົມທົບ, ການຈ່າຍເງິນ ແລະ ການຄິດໄລ່ອັດຕາຄ່າບໍລິການ ສໍາລັບກອງທຶນປະກັນສຸຂະພາບແຫ່ງຊາດສະບັບເລກທີ 0476/ສທ, ລົງວັນທີ 16 ພຶດສະພາ 2018 ກໍານົດ.

ພ້ອມກັນນັ້ນ ສະເໜີໃຫ້ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າ ແລະ ບັນດາເມືອງ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນ ແລະ ສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງ. ພ້ອມທັງ ໃຫ້ໂຮງຫມໍແຂວງ, ໂຮງຫມໍຊຸມຊົນ ແລະ ໂຮງຫມໍນ້ອຍ ເຜີຍແຜ່, ປະຊາສໍາພັນເນື້ອໃນ ແຈ້ງການສະບັບນີ້ໃຫ້ປະຊາຊົນ ແລະ ຜູ້ເຂົ້າມາໃຊ້ບໍລິການຢູ່ສະຖານປິ່ນປົວຂອງຕົນ ໃຫ້ຮັບຊາບສິດໃນການມາປິ່ນປົວ ຕາມນະໂຍບາຍປະກັນສຸຂະພາບແຫ່ງຊາດຂອງ ລັດຖະບານວາງອອກຢ່າງຖືກຕ້ອງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ