
ພາສີ ແຂວງສະຫວັນນະເຂດ ແຈ້ງປະມູນຂາຍຖ່ານດຳດັງໄຟ 27.070 ເປົາ ເພື່ອນຳເງິນເຂົ້າງົບປະມານ.ພາສີປະຈຳແຂວງສະຫວັນນະເຂດ ຂໍແຈ້ງມາຍັງ ບັນດາບຸກຄົນ, ນິຕິບຸກຄົນ ພາຍໃນແຂວງ ແລະ ຕ່າງແຂວງ ຊາບວ່າ: ພາສີປະຈຳແຂວງຈະໄດ້ນຳເອົາສິນຄ້າທີ່ໄດ້ອະນຸມັດຕົກເປັນຂອງລັດ ອອກປະມູນຂາຍ ເພື່ອນຳເງິນມອບເຂົ້າງົບ ປະມານຕາມລະບຽບກົດໝາຍ,ຊຶ່ງສິນຄ້າທີ່ນຳມາປະມູນຄັ້ງນີ້ມີປະເພດ ຖ່ານດຳດັງໄຟ ຈຳນວນ 681,75 ໂຕນ ( 27.070 ກະສອບ).
ສໍາລັບເງື່ອນໄຂຜູ້ເຂົ້າຮ່ວມປະມູນຊື້ຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ມີອະນຸຍາດດຳເນີນທຸລະກິດກ່ຽວກັບຖ່ານດັງໄຟ ແລະ ມີອະນຸຍາດຖືກຕ້ອງ, ຄົບຖ້ວນ ຕາມລະບຽບກົດໝາຍຂອງ ສປປ.ລາວ
ທີ່ມີຜົນບັງຄັບໃຊ້ໃນປັດຈຸບັນ, ຜູ້ທີ່ມີຄວາມສົນໃຈສາມາດເຂົ້າໄປພົວພັນນຳຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ສະຖານທີ່ຕັ້ງຢູ່ຫ່າງຈາກດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ປະມານ 2 Km.
ເລີ່ມແຕ່ ວັນທີ 18/07/2023 ຫາວັນທີ 20/07/2023 ຕາມວັນລັດຖະການ, ຖ້າກາຍກຳນົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກຳນົດມື້ເປີດຊອງ ວັນທີ 21/07/2023, ເວລາ 9:30 ໂມງ.
ທີ່ມາ :ກະຊວງການເງິນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














