
ຄົນເກີດວັນອາທິດ:ການງານການເຮັດທຸລະກິດໃໝ່ຮ່ວມກັບຮຸ້ນສ່ວນທີ່ໄວ້ໃຈຈະເຮັດໃຫ້ທ່ານປະສົບຜົນສໍາເລັດ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ ຄວາມຮັກມີໂອກາດພົບຮັກແບບບໍ່ຕັ້ງໂຕ ອາດມີຄົນເຂົ້າມາໃຫ້ຮູ້ຈັກເພີ່ມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ0
ຄົນເກີດວັນຈັນ:ການງານເຮັດທຸລະກິດປະສົບຄວາມສຳເລັດ ແຕ່ໃຫ້ລະວັງເລື່ອງຂອງການເຊັນສັນຍາ ການເງິນການໃຊ້ຈ່າຍຍັງບໍ່ຄົງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກພົບຄູ່ຄອງເຂົ້າມາໃຫ້ຮູ້ຈັກໃນຖານະໝູ່ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານການເຈລະຈາຕິດຕໍ່ເຮັດສັນຍາຈະປະສົບຄວາມສຳເລັດ ການເງິນດ້ວຍຄວາມສະຫຼຽວສະຫຼາດຈະເຮັດໃຫ້ໄດ້ເງິນເຂົ້າມາ ຄວາມຮັກມີໂອກາດພົບຮັກກັບຄົນລຸ້ນນ້ອງ ອາຍຸອາດມີຄວາມແຕກຕ່າງແຕ່ການກະທໍາອາດເປັນຄືອ້າຍໄປເລີຍ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ6
ຄົນເກີດວັນພຸດ:ການງານ ປະສົບຄວາມສຳເລັດມີຊື່ສຽງໃນການສ້າງຜົນງານທີ່ດີ ການເງິນມີໂຊກຈະຖືກອຸປະຖຳທາງດ້ານການເງິນ ຄວາມຮັກໄດ້ພົບຮັກກັບຄົນທີ່ທ່ານໝາຍຕາໄວ້ ແຕ່ຕ້ອງລະວັງຄ່ອຍເປັນຄ່ອຍໄປຈະດີກວ່າ ເຄື່ອງມຸງຄຸນ ຫິນນໍາໂຊກສີຟ້າ ສີມຸງຄຸນສີດໍາ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະການຄ້າໄດ້ກຳໄລຫຼາຍ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ໃຈດີ ຄວາມຮັກໄດ້ພົບຮັກຄູ່ຄອງທີ່ດີ ມີຄວາມເປັນຜູ້ນໍາຊ່ວຍທ່ານໃນທຸກໆເລື່ອງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ4
ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຊັບສິນ ການລົງທຶນດ້ານການຄ້າ ໄດ້ຜົນກຳໄລທີ່ດີ ການເງິນລາຍຈ່າຍໃຫ້ລະວັງເລື່ອງຂອງການຊື້ສິນຄ້າທີ່ບໍ່ຈໍາເປັນ ຄວາມຮັກໄດ້ພົບຮັກກັບຄົນຜິວຂາວມີໂອກາດໄດ້ພັດທະນາຄວາມສໍາພັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນເສົາ:ການງານຖ້າມັກໃນການຄ້າຂາຍແນະນໍາໃຫ້ລົງມືເຮັດເລີຍ ເພາະຈະກໍໃຫ້ທ່ານປະສົບຄວາມສໍາເລັດ ການເງິນມື້ນີ້ໂຊກດີຫຼາຍຈະໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຢູ່ໃນໄລຍະປັບໂຕເຂົ້າຫາກັນ ເພາະຢູ່ໃນໂໝດທີ່ອາດໄດ້ເລີກລາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ5
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














