
ພາສີ ແຂວງບໍ່ແກ້ວ ອອກແຈ້ງການເລກທີ 766 /ພສຂ.ບກ ລົງວັນທີ 24 ກໍລະກົດ 2023 ວ່າ: ພາສີປະຈໍາແຂວງບໍ່ແກ້ວ, ມາຍັງບັນດາທ່ານ ບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຂັ້ນຕ່າງໆ ຜູ້ທີ່ມີຄວາມສົນໃຈໃນການປະມູນ ຊາບວ່າ ພາສີປະຈໍາແຂວງບໍ່ແກ້ວ ມີສິນຄ້າ, ເຄື່ອງ ຂອງ ປະເພດພາຫະນະ ທີ່ໄດ້ຮິບໄວ້ເປັນຂອງລັດ ຈໍານວນ 9 ຄັນ.ເຊິ່ງມີລາຍລະອຽດຂອງພາຫະນະ ຄືດັ່ງລຸ່ມນີ້:
ພາສີປະຈໍາແຂວງຕ້ອງການສະສາງອອກດ້ວຍຮູບການປະມູນເປີດກວ້າງ ແລະ ມີຄວາມສົນໃຈຢາກເຂົ້າ ຮ່ວມປະມູນແຂ່ງຂັນລາຄາ, ລາຍລະອຽດແມ່ນໃຫ້ຕິດຕໍ່ ຊື້ຊອງປະມູນ ທີ່ຫ້ອງການພາສີປະຈໍາແຂວງບໍ່ແກ້ວ. ທ່ານໃດທີ່ມີຄວາມສົນໃຈເຂົ້າແຂ່ງຂັນປະມູນ ສາມາດເຂົ້າມາພົວພັນ ນໍາເຈົ້າໜ້າທີ່ພາສີ ແລະ ເບິ່ງພາຫະນະຕົວຈິງໄດ້.
ການຂາຍຊອງປະມູນແມ່ນ ໃນລາຄາ 500,000 ກີບ/ຊອງ ເລີ່ມແຕ່ເວລາ 08:00 ຂອງວັນທີ 25 ກໍລະກົດ 2023, ປິດຂາຍຊອງປະມູນ ເວລາ 16:00 ຂອງວັນທີ 8 ສິງຫາ 2003, ທີ່ຫ້ອງພາສີປະຈໍາແຂວງບໍ່ແກ້ວ ແລະ ວັນເປີດຊອງປະມູນແມ່ນວັນທີ 09 ສິງຫາ 2023, ເວລາ 09 ໂມງ 00 ນາທີ, ສ່ວນລາຄາກາງທີ່ທາງຄະນະກໍາມະການຕັ້ງໄວ້ແມ່ນຈະລະບຸຢູ່ໃນໃບສະເໜີລາຄາປະມູນ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານ ທີ່ມີຄວາມສົນໃຈຢາກເຂົ້າຮ່ວມປະມູນຊາບ.
ທີ່ມາ:ກະຊວງການເງິນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














