
ຄົນເກີດວັນອາທິດ:ການງານອອກງານສັງຄົມຫຼາຍຂຶ້ນ ເປັນທີ່ຮູ້ຈັກ ມີຄອນເນັກຊັ່ນເພີ່ມຂຶ້ນ ສົ່ງຜົນຕໍ່ຄວາມສຳເລັດ ການເງິນລະວັງຈະເສຍເງິນແບບບໍ່ທັນຕັ້ງໂຕ ແຕ່ກໍຈະສາມາດຫາເຂົ້າມາໄດ້ຢ່າງວ່ອງໄວດ້ວຍເຊັ່ນກັນ ຄວາມຮັກພາລະກິດວຸ່ນຫຼາຍ ຈຶ່ງຍັງບໍ່ໄດ້ໃຫ້ຄວາມສຳຄັນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວ ເລກນຳໂຊກ3
ຄົນເກີດວັນຈັນ:ການງານການປັບປ່ຽນກົນລະຍຸດໃນການເຮັດທຸລະກິດກໍ່ໃຫ້ເກີດຄວາມສຳເລັດໄດ້ ການເງິນມີຄວາມກັງວົນກ່ຽວກັບເລື່ອງຂອງການເງິນ ແຕ່ກໍຈະສາມາດຫາເງິນເຂົ້າມາໄດ້ທຸກຄັ້ງ
ຄວາມຮັກຈະພົບໃຜບາງຄົນແບບບໍ່ທັນຕັ້ງໂຕໃນໄລຍະນີ້ ເກີດຄວາມຮັກ ຄວາມສຳພັນທີ່ມີຄວາມສຸກໃຈ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ8
ຄົນເກີດວັນອັງຄານ:ການງານຄິດຄົ້ນວິທີການຫຼືແນວທາງການເຮັດທຸລະກິດທີ່ນຳພາໄປສູ່ຄວາມສຳເລັດໄດ້ງ່າຍຂຶ້ນ ການເງິນມີຄວາມຫມັ້ນຄົງດີທາງດ້ານການເງິນ ໃນໄລຍະນີ້ບໍ່ມີເລື່ອງກັງວົນໃດໆ ຄວາມຮັກຍັງປາດຖະຫນາທີ່ຈະມີຄວາມສົມຫວັງດ້ານຄວາມຮັກໃນໄລຍະນີ້ ແຕ່ສະຖານະການໂດຍລວມກໍຍັງບໍ່ເປັນເຊັ່ນນັ້ນ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນພຸດ:ການງານເລັ່ງໃນເລື່ອງຂອງການຕິດຕໍ່ສື່ສານ ແລະ ເກີດການປ່ຽນແປງທາງດ້ານການງານ ການເງິນມີຄວາມກັງວົນໃນເລື່ອງຂອງການໃຊ້ຈ່າຍ ແຕ່ກໍສາມາດຫາເຂົ້າມາໄດ້ຢ່າງວ່ອງໄວ ມີໂຊກເລັກນ້ອຍ ເຂົ້າມາເຮັດໃຫ້ຮູ້ສຶກດີໃຈ ຄວາມຮັກລົງຕົວດີໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກໃນເທື່ອນີ້ ມີໂອກາດພົບຮັກແບບດ່ວນກໍເປັນໄປໄດ້ ເຄື່ອງມຸງຄຸນຕຸ້ມຫູຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານຈະພົບການປ່ຽນແປງກ່ຽວກັບເລື່ອງການງານ ການປັບປ່ຽນວຽກໃໝ່ ຈະມີໂຊກທາງດ້ານການງານ ແຕ່ຕ້ອງພົບຄວາມກົດດັນກ່ອນ ຈຶ່ງເກີດການປ່ຽນແປງທີ່ດີ ການເງິນມີໂຊກຈະໄດ້ເງິນເຂົ້າມາ ຈະຊື້ຊັບສິນ ທີ່ຢູ່ອາໄສໃໝ່ ຫຼືຜູ້ໃຫຍ່ຈະອຸປະຖຳທາງດ້ານການເງິນ ຄວາມຮັກບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ອາດເປັນເພາະອຸປະສັກເລື່ອງໄລຍະທາງ ແລະ ເວລາ ຄວາມສຳພັນຈຶ່ງບໍ່ຖືກພັດທະນາ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີນໍ້າຕານ ເລກນຳໂຊກ0
ຄົນເກີດວັນສຸກ:ການງານໄລຍະນີ້ຈະຕ້ອງແຕ່ງຕົວໃຫ້ມີບຸກຄະລິກກະພາບດີໃນການໄປຕິດຕໍ່ວຽກງານ ແລ້ວຈະກໍ່ໃຫ້ເກີດສິ່ງທີ່ດີ ແລະ ຄວາມສຳເລັດທາງດ້ານການງານກໍຈະດີຂຶ້ນຕາມມານຳ ການເງິນລະວັງຈະພົບເລື່ອງດ່ວນທີ່ເຮັດໃຫ້ຕ້ອງໃຊ້ເງິນເກີນກວ່າທີ່ມີ ຄວາມຮັກຢູ່ໃນໄລຍະທົບທວນສະຖານະການເລື່ອງລາວຕ່າງໆ ໃນອະດີດທີ່ຜ່ານມາ ກຳລັງວາງແຜນກ່ຽວກັບເລື່ອງຂອງຄວາມຮັກ ແລະ ການປ່ຽນແປງໃນເທື່ອນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີສົ້ມ ເລກນຳໂຊກ8
ຄົນເກີດວັນເສົາ:ການງານ ຈະຕ້ອງວາງແຜນການເຮັດວຽກງານ ແລະ ໃຊ້ຄວາມສາມາດພິເສດໃນການເຮັດທຸລະກິດໃຫ້ເກີດຄວາມກ້າວໜ້າ ການເງິນຢູ່ໃນເກນທີ່ມີຄວາມຫມັ້ນຄົງ ແລະ ມີຄວາມຂະຫຍັນໃນການຫາເງິນ ຄວາມຮັກຢູ່ໃນເກນທີ່ດີໃນເລື່ອງຂອງຄວາມຮັກ ເພາະຈະພົບຄົນທີ່ມີຮູບຮ່າງ ຜິວສອງສີ ທ່ານຈະນຳຄວາມປາດຖະຫນາດີ ຄວາມສຸກ ແລະ ຄວາມຫມັ້ນຄົງມາສູ່ທ່ານ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ3
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














