ດວງ-Tou-Vientianepost - 2023-08-01T205034.517
ລັດຖະມົນຕີ​ກະຊວງການ​ເງິນ​ ອອກຂ້ໍຕົກລົງຍົກຍ້າຍ​ ແລະ​ ແຕ່ງຕັ້ງ​ພະນັກງານ​ ຫຼາຍຕຳແໜ່ງຢູ່ຄັ້ງເງິນແຫ່ງຊາດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 August, 2023
ໝວດ: ຂ່າວ

ວັນທີ 31 ກໍລະກົດ 2023 ກະຊວງການເງິນ, ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ຄັງເງິນແຫ່ງຊາດ ກະຊວງການເງິນ; ໂດຍການເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງຄັງເງິນແຫ່ງຊາດເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2102/ກງ, ລົງວັນທີ 13 ກໍລະກົດ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດ; ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ອີງຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021; ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງການເງິນ.

ລັດຖະມົນຕີກະຊວງການເງິນໄດ້ຕົກລົງ: ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດເຊິ່ງປະກອບມີ: ພະແນກກວດກາພາຍໃນ: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພອນສຸກ ສິດທິລາດວົງສາ ຫົວໜ້າພະແນກບັນຊີສັງລວມ ເປັນຫົວໜ້າພະແນກກວດກາພາຍໃນ; ຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ນາງ ວົງສະຫວັນ ພອນແກ້ວປະເສີດ ຮອງຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າພະແນກກວດກາພາຍໃນ.

ພະແນກບັນຊີສັງລວມ: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ວຽງສອນ ເພັດສີນວນ ຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ເປັນຫົວໜ້າພະແນກບັນຊີສັງລວມ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ແສງເພັດ ອິນຄຳຟອງ ຮອງຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າພະແນກບັນຊີສັງລວມ.

ພະແນກບໍລິການຄັງເງິນ: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ວັນເພັງ ກ້ານ ຫົວໜ້າພະແນກກວດກາລາຍຈ່າຍງົບປະມານ ເປັນຫົວໜ້າພະແນກບໍລິການຄັງເງິນ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ແສງມະນີ ສິິດທິວໍລະດາ ຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ ເປັນຮອງຫົວໜ້າພະແນກບໍລິການຄັງເງິນ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ພອນປະເສີດ ສິມມາລາວົງ ຮອງຫົວໜ້າພະແນກກວດກາລາຍຈ່າຍງົບປະມານ ເປັນຮອງຫົວໜ້າພະແນກບໍລິການຄັງເງິນ.

ພະແນກກວດກາລາຍຈ່າຍງົບປະມານ: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ມີໄຊ ພຸດທະວົງ ຫົວໜ້າພະແນກກວດກາພາຍໃນ ເປັນຫົວໜ້າພະແນກກວດກາລາຍຈ່າຍງົບປະມານ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນິຄົມ ພົມມະຈັນ ຮອງຫົວໜ້າພະແນກກວດກາພາຍໃນ ເປັນຮອງຫົວໜ້າພະແນກກວດກາລາຍຈ່າຍງົບປະມານ.

ພະແນກຄຸ້ມຄອງແຫຼ່ງເງິນ: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ພູຈັນ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ພັດທະນາກອນ ເປັນຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ; ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ໄຊສະໝອນ ທິບວິໄຊ ຮອງຫົວໜ້າພະແນກບັນຊີສັງລວມ ເປັນຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ.

ພະແນກພະແນກຝຶກອົບຮົມ ແລະ ພັດທະນາກອນ: ຍົກຍ້າຍ ແລະ ແຕ່ງຕັ້ງທ່ານ ນາງ ຄໍາໝາຍ ບຸນທະວີ ຫົວໜ້າພະແນກຄຸ້ມຄອງແຫຼ່ງເງິນ ເປັນຫົວໜ້າພະແນກພະແນກຝຶກອົບຮົມ ແລະ ພັດທະນາກອນ ຂອງຄັງເງິນແຫ່ງຊາດ ກະຊວງການເງິນ. ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 3842/ຄງຊ, ລົງວັນທີ 31 ກໍລະກົດ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ຄັງເງິນແຫ່ງຊາດ, ເຊິ່ງຫົວໜ້າຄັງເງິນແຫ່ງຊາດເຫັນດີແຕ່ງຕັ້ງ: ທ່ານ ໄຊກຸສົນ ວົງໄຊຍາ ຮອງຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ເປັນຜູ້ຮັກສາການຊົ່ວຄາວຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ ຂອງຄັງເງິນແຫ່ງຊາດ ກະຊວງການເງິນ. ສ່ວນບັນດາທ່ານອື່ນໆທີ່ບໍ່ມີໃນລາຍຊື່ຍົກຍ້າຍ ແລະ ແຕ່ງຕັ້ງຄັ້ງນີ້ແມ່ນໄດ້ຖືກບັນຈຸປະຈໍາການຢູ່ບ່ອນເກົ່າ.

ໂອກາດດັ່ງກ່າວນີ້, ທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນເປັນການສັບຊ້ອນໝູນວຽນພະນັກງານ-ລັດຖະິ!ກອນເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ່າງໆເພື່ອປັບປຸງວຽກງານຂະແໜງການຕ່າງໆໃຫ້ໄດ້ຮັບປະສິດທິຜົນ, ໃຫ້ມີການປ່ຽນແປງໃໝ່ທີ່ຖືກ ຕ້ອງຕາມທິດຊີ້ນໍາ. ທັງນີ້, ກໍເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ.

ຂ່າວກະຊວງການເງິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
ຢ່າລື່ມກົດຕິດຕາມ