ດວງ-Tou-Vientianepost - 2023-08-04T120040.949
ລາວ-ຈີນ ຈັດພິທີເຊັນສັນຍາວ່າດ້ວຍການສຳຫຼວດຖ່ານຫີນ ເນື້ອທີ່ 51,67 ກິໂລຕາແມັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 4 August, 2023
ໝວດ: ຂ່າວ

ໃນວັນທີ 28 ກໍລະກົດ 2023 ທີ່ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນສັນຍາວ່າດ້ວຍ ການສຳຫຼວດຖ່ານຫີນ ໃນເນື້ອທີ່ 51,67 ກິໂລຕາແມັດ ຢູ່ເຂດ ບ້ານກຸງຈີ່ ແລະ ບ້ານວູ່ເປົ່າເໜື ເມືອງຍອດອູ ແຂວງຜົ້ງສາລີ, ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນ. ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

ພ້ອມດ້ວຍ ທ່ານ ວິສອນ ລາວເມົາ ຮອງເຈົ້າແຂວງ ແຂວງຜົ້ງສາລີ, ທ່ານ ຈ່າງເຊີນ ຈ່າງ ຜູ້ອຳນວຍການ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ, ທ່ານ ນ. ເຊີນຍິ້ວແຟງ ເຊີນ ຮອງຜູ້ອຳນວຍການ ບໍລິສັດ ຈາງເຊີນ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.

ໂດຍປະຕິບັດຕາມໃບມອບສິດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 133/ນຍ, ລົງວັນທີ 24 ກໍລະກົດ 2023, ທີ່ມອບສິດໃຫ້ກະຊວງ ແຜນການ ແລະ ການລົງທຶນ ເປັນຜູ້ເຊັນສັນຍາຕາງໜ້າເຊັນໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່.

ແຫຼ່ງຂ່າວ ກະຊວງແຜນການ ແລະ ການລົງທຶນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
ຢ່າລື່ມກົດຕິດຕາມ