ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນເສົາ ທີ 05 ສິງຫາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 5 August, 2023

ຄົນເກີດວັນອາທິດ:ການ​ງານອອກ​ງານ​ສັງຄົມ​ຫຼາຍ​ຂຶ້ນ ເປັນ​ທີ່​ຮູ້​ຈັກ ມີ​ຄອນ​ເນັກ​ຊັ່ນ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ຕໍ່​ຄວາມ​ສຳ​ເລັດ ການ​ເງິນລະ​ວັງ​ຈະ​ເສຍ​ເງິນ​ແບບ​ບໍ່ທັນຕັ້ງໂຕ ແຕ່​ກໍ​ຈະ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວດ້ວຍ​ເຊັ່ນ​ກັນ ຄວາມ​ຮັກພາລະ​ກິດວຸ່ນຫຼາຍ ຈຶ່ງ​ຍັງ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​3

ຄົນເກີດວັນຈັນ:ການ​ງານການ​ປັບ​ປ່ຽນ​ກົນ​ລະຍຸດໃນ​ການເຮັດ​ທຸລະກິດ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້ ການ​ເງິນ​ມີ​ຄວາມ​ກັງ​ວົນ​ກ່ຽວກັບ​ເລື່ອງ​ຂອງ​ການ​ເງິນ​ ແຕ່ກໍຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້ທຸກຄັ້ງ
ຄວາມ​ຮັກ​ຈະ​ພົບ​ໃຜ​ບາງ​ຄົນ​ແບບ​ບໍ່ທັນຕັ້ງໂຕໃນ​ໄລຍະ​ນີ້ ເກີດ​ຄວາມ​ຮັກ ຄວາມ​ສຳພັນ​ທີ່​ມີ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​8

ຄົນເກີດວັນອັງຄານ:ການ​ງານ​ຄິດ​ຄົ້ນ​ວິທີ​ການ​ຫຼື​ແນວ​ທາງ​ການເຮັດ​ທຸລະກິດ​ທີ່​ນຳ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້​ງ່າຍ​ຂຶ້ນ ການ​ເງິນ​ມີ​ຄວາມຫມັ້ນຄົງ​ດີ​ທາງ​ດ້ານ​ການ​ເງິນ ໃນ​ໄລຍະ​ນີ້​ບໍ່​ມີ​ເລື່ອງ​ກັງ​ວົນ​ໃດ​ໆ ຄວາມ​ຮັກຍັງປາດຖະຫນາ​ທີ່​ຈະ​ມີ​ຄວາມ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ແຕ່​ສະຖານະການ​ໂດຍລວມກໍ​ຍັງ​ບໍ່​ເປັນ​ເຊັ່ນ​ນັ້ນ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​2

ຄົນເກີດວັນພຸດ:ການ​ງານເລັ່ງ​​ໃນ​ເລື່ອງ​ຂອງ​ການ​ຕິດ​ຕໍ່​ສື່​ສານ ແລະ ​ເກີດ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ງານ ການ​ເງິນມີ​ຄວາມ​ກັງ​ວົນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ແຕ່​ກໍ​ສາມາດ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ ມີ​ໂຊກ​ເລັກນ້ອຍ​ ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ດີ​ໃຈ ຄວາມ​ຮັກລົງ​ຕົວ​ດີ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ເທື່ອ​ນີ້ ມີ​ໂອ​ກາດ​ພົບ​ຮັກ​ແບບ​​ດ່ວນ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ຕຸ້ມຫູຄໍາ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​6

ຄົນເກີດວັນພະຫັດ:ການ​ງານຈະ​ພົບ​ການ​ປ່ຽນ​ແປງ​ກ່ຽວກັບ​ເລື່ອງ​ການ​ງານ ການ​ປັບ​ປ່ຽນ​ວຽກ​ໃໝ່ ຈະ​ມີ​ໂຊກ​ທາງ​ດ້ານ​ການ​ງານ ແຕ່​ຕ້ອງ​ພົບ​​ຄວາມ​ກົດ​ດັນ​​ກ່ອນ ຈຶ່ງ​ເກີດ​ການ​ປ່ຽນ​ແປງ​ທີ່​ດີ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ ຈະ​ຊື້​​​ຊັບສິນ ທີ່​ຢູ່​ອາໄສ​ໃໝ່ ຫຼື​ຜູ້ໃຫຍ່​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ອາດ​ເປັນ​ເພາະ​ອຸປະສັກ​ເລື່ອງ​ໄລຍະທາງ​ ແລະ ​ເວລາ ຄວາມ​ສຳພັນ​ຈຶ່ງ​ບໍ່​ຖືກ​ພັດທະນາ ເຄື່ອງມຸງຄຸນ​ເພັດສີຂາວ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​0

ຄົນເກີດວັນສຸກ:ການ​ງານ​ໄລຍະ​ນີ້​ຈະ​ຕ້ອງ​ແຕ່ງ​ຕົວ​ໃຫ້​ມີ​ບຸກຄະລິກກະພາບ​ດີ​ໃນ​ການ​ໄປ​ຕິດ​ຕໍ່​ວຽກ​ງານ ແລ້ວ​ຈະ​ກໍ່​ໃຫ້​ເກີດ​ສິ່ງ​ທີ່​ດີ ແລະ ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ງານ​ກໍ​ຈະ​ດີ​ຂຶ້ນ​ຕາມ​ມາ​ນຳ ການ​ເງິນລະ​ວັງ​ຈະ​​ພົບ​ເລື່ອງ​ດ່ວນ​ທີ່​ເຮັດໃຫ້​ຕ້ອງ​ໃຊ້​ເງິນ​ເກີນ​ກວ່າ​ທີ່​ມີ ຄວາມ​ຮັກຢູ່ໃນ​ໄລຍະ​ທົບ​ທວນ​ສະຖານະການ​ເລື່ອງ​ລາວ​ຕ່າງ​ໆ ໃນ​ອ​ະດີດ​ທີ່​ຜ່ານມາ ກຳ​ລັງ​ວາງ​ແຜນ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ ​ແລະ ​ການ​ປ່ຽນ​ແປງ​ໃນ​ເທື່ອ​ນີ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​8

ຄົນເກີດວັນເສົາ:ການ​ງານ  ຈະ​ຕ້ອງ​ວາງ​ແຜນ​ການ​ເຮັດ​ວຽກງານ ແລະ​ ໃຊ້​ຄວາມ​ສາມາດ​ພິເສດ​ໃນ​ການເຮັດ​ທຸລະກິດ​ໃຫ້​ເກີດ​ຄວາມ​ກ້າວ​ໜ້າ ການ​ເງິນຢູ່ໃນ​ເກນ​ທີ່​ມີ​ຄວາມຫມັ້ນຄົງ ແລະ ​ມີ​ຄວາມ​ຂະຫຍັນ​ໃນ​ການ​ຫາ​ເງິນ ຄວາມ​ຮັກຢູ່ໃນ​ເກນ​ທີ່​ດີ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເພາະ​ຈະ​ພົບ​ຄົນທີ່​ມີ​ຮູບຮ່າງ ຜິວ​ສອງ​ສີ ທ່ານ​ຈະ​ນຳ​ຄວາມ​ປາດຖະຫນາ​ດີ ຄວາມ​ສຸກ ແລະ ​ຄວາມຫມັ້ນຄົງ​ມາສູ່​ທ່ານ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​3

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ