
ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄໍາໄຊ ແຈ້ງການເຖິງ: ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດພໍ່ຄ້າຊາວຂາຍ, ຜູ້ປະກອບ ການຂົນສົ່ງສີນຄ້າ, ຂົນສົ່ງໂດຍສານ ທີ່ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ທີ່ນັບຖື.
ເຊິ່ງຈະມີການປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8, ແຕ່ຊ່ວງກມ29+000 ຫາ ກມ 37+000 (ເຂດພູຜາມ່ານ), ຊ່ວງກມ 43+000 ຫາ ກມ 53+000 (ເຂດພູໄຮ) ເລີ່ມແຕ່ວັນທີ: 4 ສິງຫາ 2023 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງເພີ່ມເຕີມ.
ໃນປັດຈຸບັນ ສະພາບດິນຟ້າອາກາດມີຝົນຕົກໜັກຕໍ່ເນື່ອງເຮັດໃຫ້ມີດິນເຈື່ອນຕັນທາງ ແລະ ນໍ້າຖ້ວມໃນບາງຈຸດເຮັດໃຫ້ການສັນຈອນຖືກຕັດຂາດ. ໃນປັດຈຸບັນນີ້ທາງໂຄງການກໍາລັງຂຸ້ນຂ້ຽວໃນການແກ້ໄຂ. ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ກໍຄືໂຄງການສ້ອມແປງທາງຫຼວງແຫ່ງຊາດຈະໄດ້ປີດການສັນຈອນເພື່ອທໍາການແກ້ໄຂ ເລີ່ມແຕ່ທີ 4 ສິງຫາ 2023 ເປັນຕົ້ນໄປຈົນກ່ວາຈະແກ້ໄຂໄດ້ສໍາເລັດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














