
ຄົນເກີດວັນອາທິດ:ການງານ ສ້າງສັນຜົນງານດ້ວຍຄວາມສາມາດພິເສດໃນເລື່ອງງານປະດິດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໂຊກດີທາງດ້ານການເງິນ ຄວາມຮັກ ບໍ່ຄ່ອຍມີເວລາໃຫ້ກັນຫຼາຍປານໃດ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ ເລກນຳໂຊກ 9
.
ຄົນເກີດວັນຈັນ:ການງານ ຊ່ວງນີ້ເຮັດວຽກດ້ວຍຄວາມລະອຽດຮອບຄອບ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດວງດີຫຼາຍໆ ຈະໄດ້ໂຊກກ້ອນໃຫຍ່ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີບົວ ເລກນຳໂຊກ 6
.
ຄົນເກີດວັນອັງຄານ:ການງານ ແກ້ໄຂບັນຫາສະເພາະໜ້າແບບເລັ່ງດ່ວນດ້ວຍຕົນເອງ ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ຄວາມຮັກ ຄືຈະພົບໃຜທີ່ຖືກໃຈແລ້ວ ແຕ່ໄລຍະທາງຍັງເປັນອຸປະສັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 2
.
ຄົນເກີດວັນພຸດ:ການງານ ໃຊ້ສິລະປະໃນເລື່ອງຂອງການຕິດຕໍ່ເຈລະຈາທາງດ້ານການຄ້າ ການເງິນ ໄລຍະນີ້ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ຫິນນໍາໂຊກສີເຫຼືອງ ສີມຸງຄຸນ ສີບົວອ່ອນ ເລກນຳໂຊກ 3
.
ຄົນເກີດວັນພະຫັດ:ການງານ ເຈລະຈາຕໍ່ລອງທາງດ້ານການງານເຮັດທຸລະກິດຫຍັງກໍປະສົບຄວາມສຳເລັດດີຂຶ້ນທຸກຢ່າງ ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມເຕີມ ຄວາມຮັກ ສົມປາດຖະໜາເລື່ອງຄວາມສຳພັນທີ່ລົງຕົວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີມ່ວງ ເລກນຳໂຊກ 5
.
ຄົນເກີດວັນສຸກ:ການງານ ເດີນທາງຕິດຕໍ່ໃນເລື່ອງງານເລື້ອຍໆ ເປັນໂຊກດີກັບຕົນເອງ ການເງິນ ມີໂຊກຈະໄດ້ເງິນເຂົ້າມາເພີ່ມຂຶ້ນກໍເປັນໄປໄດ້ໃນໄລຍະນີ້ ຄວາມຮັກ ມີສະເໜ່ຫຼາຍໆໃນໄລຍະນີ້ ແຕ່ຢາກຈະໃຊ້ຊີວິດຢູ່ຄົນດຽວຫຼາຍກວ່າ ເຄື່ອງມຸງຄຸນ ສາຍຄໍຄໍາ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 1
.
ຄົນເກີດວັນເສົາ:ການງານ ວິເຄາະເບິ່ງວ່າງານທີ່ເຮັດນັ້ນຄຸ້ມຄ່າກັບຄ່າຕອບແທນຫຼືບໍ່ ການເງິນ ສ່ວນໃຫຍ່ແລ້ວຈ່າຍອອກໄປຫຼາຍແຕ່ກໍຈະຫາເຂົ້າມາ ຄວາມຮັກ ມີໂອກາດພົບໃຜບາງຄົນເປັນຄົົນທີ່ຖືຮັກສາສັດຈະ ຄຳເວົ້າເຊື່ອຖືໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 7
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














