
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ (08) 2023 ເປັນຕົ້ນໄປ ເນື່ອງ ຈາກນໍ້າໄດ້ຖ້ວມ.
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຂໍຖືເປັນກຽດ ແຈ້ງການມາຍັງບັນດາທ່ານ ຫົວໜ້າຫ້ອງການ, ບໍລິສັດ, ພະນັກງານ, ທະຫານ, ຕຳຫຼວດ, ອົງການປົກຄອງບ້ານ, ຜູ້ປະກອບການ, ນັກຮຽນ-ນັກສຶກສາ, ປະຊາຊົນ ບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນເຂດບ້ານພິກນ້ອຍ, ບ້ານນູນ ສະຫວາດ, ບ້ານກົກງິ້ວ, ສະຖານີລົດໄຟຟ້າ,
ນະຄອນຫຼວງພະບາງ ແລະ ບ້ານແອນສະຫວັນ, ບ້ານຫ້ວຍຊຽງ, ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖິງກັນວ່າ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ (08) 2023 ເປັນຕົ້ນໄປ ເນື່ອງ ຈາກນໍ້າໄດ້ຖ້ວມຕູ້ຄວບຄຸມລະບົບໄຟຟ້າ ທີ່ໂຮງງານບ້ານພິກນ້ອຍເຊິ່ງເຮັດໃຫ້ບໍ່ສາມາດຜະລິດນໍ້າປະປາໄດ້ ຈົນກວ່າ ລະດັບນໍ້າຄານຈະມີການຫຼຸດລະດັບນໍ້າລົງ ເຊິ່ງຈະເຮັດໃຫ້ນໍ້າປະປາໃນເຂດພື້ນທີ່ດັ່ງກ່າວບໍ່ອອກ ໃນໄລຍະເວລາຢູດ ການຜະລິດນໍ້າ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |