ດວງ-Tou-Vientianepost - 2023-08-10T203647.120
ຜູ້ປະສົບໄພນ້ຳຖ້ວມ ເມືອງຄູນຄຳ ສືບຕໍ່ໄດ້ຮັບເຄື່ອງຊ່ວຍເຫລືອ ຈາກສັງຄົມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 August, 2023
ໝວດ: ຂ່າວ

ຫລາຍພາກສ່ວນໃນສັງຄົມ ທັງບຸກຄົນ, ນິຕິບຸກຄົນ, ບັນດາບໍລິສັດ, ຫ້າງຮ້ານ ທັງພາກລັດ ແລະ ເອກະຊົນ ໄດ້ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ການນຳເມືອງຄູນຄຳ ແຂວງຄຳມ່ວນ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງຕໍ່ເນື່ອງ ເຊິ່ງມີບ້ານທີ່ໄດ້ຮັບຜົນປະທົບໜັກ 14 ບ້ານ, 2.812 ຄອບຄົວ, ມີປະຊາກອນ 12.767. ປັດຈຸບັນ, ໄດ້ຮັບການຊ່ວຍ ເຫລືອບັນເທົາທຸກ ໃນເບື້ອງຕົ້ນທັງໝົດແລ້ວ.

ທ່ານ ສົມຫວັງ ສຸວັນທອງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຄູນຄຳ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ສິງຫາ 2023 ນີ້ວ່າ: ນັບແຕ່ເລີ່ມເກີດເຫດ ນ້ຳຖ້ວມເມືອງຄູນຄຳ ເປັນຕົ້ນມາ ຈົນຮອດປັດຈຸບັນ ນ້ຳໄດ້ບົກແຫ້ງລົງເກືອບເປັນປົກກະຕິແລ້ວ, ເຫັນໄດ້ວ່າທຸກພາກສ່ວນໃນສັງຄົມ ເຫັນໄດ້ຄວາມສຳຄັນຕໍ່ເຫດການດັ່ງກ່າວ ແລະ ໄດ້ສືບຕໍ່ນຳເອົາວັດຖຸສິ່ງຂອງ, ເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ປ໋ອງປາ, ໝີ່, ນ້ຳດື່ມ ແລະ ອື່ນໆ ມາມອບໃຫ້ຄະນະຮັບ ຜິດຊອບຂອງເມືອງຄູນຄຳ ເພື່ອນຳໄປແຈກຢາຍຕໍ່ໃຫ້ປະຊາຊົນທີ່ໄດ້ຮັບຜົນປະທົບ. ນອກນັ້ນ, ຍັງມີບາງບໍລິສັດ, ບຸກຄົນ, ນິຕິບຸກຄົນ ໄດ້ນຳເອົາເຄື່ອງຊ່ວຍເຫລືອຂອງຕົນ ໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ດ້ວຍຕົນເອງຢູ່ຕາມບ້ານຕ່າງໆ.

ມາຮອດວັນທີ 9 ສິງຫາ 2023 ລວມຍອດເງິນສົດ ທີ່ໄດ້ຮັບຈາກສັງຄົມ ໄດ້ທັງໝົດ 169 ລ້ານກວ່າກີບ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ຄິດເປັນມູນຄ່າທັງໝົດ 2 ຕື້ກວ່າກີບ ເຊິ່ງການນຳເມືອງຄູນຄຳ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳເອົາເຄື່ອງທີ່ໄດ້ຮັບຈາກສັງຄົມ ໄປແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບທັງ 14 ບ້ານ ຢ່າງທົ່ວເຖິງແລ້ວ ແລະ ຈະສືບຕໍ່ນຳເອົາເຄື່ອງ ທີ່ໄດ້ຮັບຈາກສັງຄົມຢ່າງຕໍ່ເນື່ອງ ໄປມອບໃຫ້ປະຊາຊົນທີ່ປະສົບໄພ ຈົນກວ່າສະພາບການຈະກັບມາເປັນປົກກະຕິ.

ສຳລັບ ຮູບແບບການແຈກຢາຍເຄື່ອງ ແມ່ນເອົາເຂົ້າສານອາຫານແຫ້ງຕ່າງໆ ໃສ່ເປົາເທົ່າທຽມກັນໝົດ ແລ້ວນຳໄປມອບໃຫ້ບ້ານມອບຕໍ່ໃຫ້ແຕ່ລະຄອບຄົວ ໂດຍມີບັນຊີບັນທຶກ ຢ່າງຄັກແນ່ ເພື່ອຮັບປະກັນ ບໍ່ໃຫ້ຕົກເຮ່ຍເສຍຫາຍ ໃຫ້ທຸກຄອບຄົວທີ່ໄດ້ຮັບຜົນກະທົບ ໄດ້ຮັບເຄື່ອງຊ່ວຍເຫລືອຢ່າງທົ່ວເຖິງ. ພ້ອມນີ້, ກໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ-ເອກະຊົນ ສືບຕໍ່ເຂົ້າມາໃຫ້ການຊ່ວຍເຫລືອຕື່ມອີກ ເນື່ອງຈາກວ່າປະຊາຊົນ ທີ່ໄດ້ຮັບຜົນກະທົບຍັງມີຄວາມຕ້ອງການ ຄວາມຊ່ວຍເຫລືອໃນຫລາຍດ້ານ ໂດຍສະເພາະ ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງໃຊ້ທີ່ຈຳເປັນຕ່າງໆ ເປັນຕົ້ນ, ໝໍ້, ຖ້ວຍ, ບ່ວງ, ຜ້າຫົ່ມ, ມຸ້ງ, ໝອນ ແລະ ອື່ນໆ ເນື່ອງຈາກວ່າສິ່ງເຫລົ່ານີ້ຖືກນ້ຳພັດໄຫລເສຍຫາຍ.

ຂ່າວ-ພາບ: ທະນູທອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-30T112203.287
ຜົວໃຊ້ປືນແກັບຍິງເມຍ ເສຍຊີວິດ ຍ້ອນໃຈຮ້າຍ ແລະ ຫຶງຫວງ
jane - 2025-10-30T111835.403
ນາຍຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ຣັດເຊຍ-ລາວ ໃນຕອນບ່າຍວັນທີ 29 ຕຸລາ 2025
site cover1 - 2025-10-30T101029.546
ແຮ່ແຣ້ເອີທ໌ Rare Earth ແມ່ນຫຍັງ ສຳຄັນແນວໃດ?
pele - 2025-10-30T095930.799
ປກສ ແຂວງວຽງຈັນ ຈັບຕົວຜູ້ຄ້າ-ຂາຍ ໃບກະທ້ອມ 13 ຄົນ
jane - 2025-10-30T093941.368
ແຈ້ງການປັບຂຶ້ນລາຄານ້ຳມັນທຸກປະເພດເລີ່ມ ວັນທີ​ 30 ຕຸລາ​ 2025 ດັ່ງລຸ່ມນີ້:
jane - 2025-10-30T090454.884
ລາຍງານສະພາບອາກາດປະຈໍາເຊົ້າວັນທີ 30 ຕຸລາ 2025
jane - 2025-10-29T164702.675
ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເເຈ້ງການດັ່ງລຸ່ມນີ້:
jane - 2025-10-29T160031.841
ໄຂລະຫັດລັບ "Trick or Treat" ຄຳເວົ້າຍອດນິຍົມໃນວັນຮາໂລວີນ (Halloween)
pele - 2025-10-29T155408.470
ຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ
site cover1 - 2025-10-29T150451.746
YouTube ຄຸມເຂັ້ມ! ປິດກັ້ນເນື້ອຫາ “ຄວາມຮຸນແຮງ” ໃນວິດີໂອເກມ ຈຳກັດອາຍຸຜູ້ຊົມຕໍ່າກວ່າ 18 ປີ
ຢ່າລື່ມກົດຕິດຕາມ