ດວງ-Tou-Vientianepost - 2023-08-10T204338.104
ອົງການກາແດງລາວ ໄດ້ຮັບ ການຊ່ວຍເຫລືອຈາກ 2 ສະມາຄົມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 August, 2023
ໝວດ: ຂ່າວ

ໃນວັນທີ 9 ສີງຫາ 2023 ທີ່ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍ ເຫລືອຈາກ 2 ພາກສ່ວນ ຄື: ສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ແລະ ມູນນິທິຮ່ວມໃຈພັດທະນາລາວ ເພື່ອນຳໄປບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມ 3 ແຂວງຄື: ແຂວງບໍລິຄຳໄຊ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ຕາງໜ້າມອບໂດຍທ່ານ ພູວົງ ພະມີສິດ ປະທານສະມາຄົມຄຳເຄື່ອງປະດັບ ແລະ ອັນ ຍະມະນີລາວ ແລະ ຕາງໜ້າຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງ ການກາແດງ ແຫ່ງຊາດລາວ ພ້ອມດ້ວຍທ່ານ ຮອງປະທານອົງການກາແດງແຫ່ງຊາດລາວ ແລະ ພາກ ສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູວົງ ພະມີສິດ ໄດ້ກ່າວວ່າ: ຊ່ວຍເຫລືອທີ່ມາຊ່ວຍເຫລືອຄັ້ງນີ້ ແມ່ນການຮິບໂຮມ ນ້ຳໃຈ ສະມາຊິກພາຍໃນຄອບຄົວ ແລະ ສະມາຊິກຂອງສະມາຄົມ ແລະ ມູນນິທິ ປະກອບມີເຄື່ອງບໍລິ ໂພກ ທີ່ຈຳເປັນຈຳນວນໜຶ່ງ ພ້ອມເງິນສົດ ລວມມູນຄ່າທັງໝົດ 52.390.000 ກີບ ໂດຍມອບໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອນຳໃຊ້ເຂົ້າໃນວຽກງານທາງດ້ານມະນຸດສະທຳ. ໃນໄລຍະຜ່ານຜ່ານມາທາງສະມາຄົມ ແລະ ມູນນິທິ ກໍຄືໃນນາມສ່ວນຕົວຄອບຄົວ ກໍໄດ້ໃຫ້ການປະກອບສ່ວນ ຊ່ວຍເຫລືອສັງຄົມມາໂດຍຕະຫລອດ ໂດຍສະເພາະກິດຈະກຳບໍລິຈາກເລືອດ ແລະ ໃນໂອກາດອັນໃກ້ ນີ້ຍັງມີແຜນ ຈະຈັດກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມຕຶ່ມອີກ, ພ້ອມຈະສືບຕໍ່ໃຫ້ການປະກອບ ສ່ວນ ຊ່ວຍເຫລືອສັງຄົມ ເພື່ອຕອບແທນກັບສັງຄົມ ທີ່ໃຫ້ການຊຸກຍູ້ສົ່ງເສີມຕະຫລອດມາ.

ທ່ານ ພູທອນ ເມືອງປາກ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ສະມາຄົມຄຳເຄື່ອງປະດັບ ແລະ ອັນຍະມະນີລາວ ແລະ ມູນນິທິຮ່ວມໃຈ ພັດທະນາລາວ ໂດຍສະເພາະແມ່ນທ່ານ ພູວົງ ພະມີສິດ ທີ່ໄດ້ມອບເຄື່ອງຊ່ວຍເຫລືອ ທາງດ້ານມະນຸດສະທຳຕະຫລອດມາ, ທັງສັນຍາວ່າ ເຄື່ອງຊ່ວຍເຫລືອ ແລະ ເງິນຈຳນວນດັ່ງກ່າວ ຈະນຳໃຊ້ເຂົ້າໃນວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ໃຫ້ເກີດປະໂຫຍດສູງສຸດ ແລະ ຈະນຳເອົາການຊ່ວຍເຫລືອຄັ້ງນີ້ ໄປເຖິງມືປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫລືອອຸປະຖຳຄ້ຳຊູ ຈາກທ່ານໃນໂອກາດຕໍ່ໄປ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-04T090649.454
ລາຍງານສະພາບອາກາດປະຈໍາວັນທີ 04 ພະຈິກ 2025
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
ຢ່າລື່ມກົດຕິດຕາມ