ດວງ-Tou-Vientianepost - 2023-08-14T170043.848
ກັກຕົວຜູ້ຄ້າຂາຍຢາເສບຕິດ 2 ຄົນ ພ້ອມຂອງກາງຢາບ້າ 90.000 ເມັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 August, 2023
ໝວດ: ຂ່າວ

ວັນທີ 21 ກໍລະກົດ 2023, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຄ້າຂາຍຢາເສບຕິດຢູ່ຂອບເຂດ ທ່າຝຣັ່ງ ບ້ານ ທອກນາຍໍ ເມືອງທ່າແຂກ, ດັ່ງນັ້ນ, ຈຶ່ງໄດ້ນຳກຳລັງລົງກວດກາຕິດຕາມສະຖານທີ່ດັ່ງກ່າວ. ມື້ຕໍ່ມາວັນທີ 22 ກໍລະກົດ 2023 ໄດ້ພົບເຫັນເປົ້າໝາຍຂັບຂີ່ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ້ ສີສົ້ມ ໜາຍເລກທະບຽນ ກລ 4877 ກຳແພງນະຄອນ ໄດ້ຂັບຂີ່ມາສູ່ຈຸດນັດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ສະແດງຕົວເຂົ້າກັກຕົວເປົ້າໝາຍໄດ້ຜູ້ຖືກຫາ 2 ຄົນຄື: ທ້າວ ບົວຊົ່ງ ອາຍຸ 28 ປີ ປະຊາຊົນ ບ້ານສົບພວນ ແລະ ທ້າວ ກູ້ກື ອາຍຸ 25 ປີ ປະຊາຊົນ ຢູ່ບ້ານ ໂພນສະອາດ ພວກກ່ຽວທັງສອງ ຢູ່ເມືອງ ຄຳເກີດ ແຂວງບໍລິຄຳໄຊ, ພ້ອມລົດ 1 ຄັນ,  ຈຶ່ງໄດ້ ນຳຕົວພວກກ່ຽວ ມາດຳເນີນການ ສືບສວນ-ສອບສວນ, ພ້ອມດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່: ຜູ້ຖືກຫາທັງສອງຍັງຮັບສາລະພາບວ່າ: ຢາບ້າທີ່ພວກຕົນນຳມາສົ່ງຂາຍຄັ້ງນີ້ແມ່ນໄດ້ເອົາໄປເຊື່ອງໄວ້ຢູ່ປ່າ ແຄມທາງເຂົ້າຖ້ຳພະໜອງປາຝາ ບ້ານ ນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ. ຕໍ່ມາທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ຈຶ່ງໄດ້ນຳກຳລັງລົງໄປເກັບກູ້ເອົາຂອງກາງຢາເສບຕິດປະເພດຢາບ້າ ໄດ້ທັງໝົດ 90.000 ເມັດ.

ປັດຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະກຳລັງທຳການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ ລາຍການ ຄວາມສະຫງົບແຂວງຄຳມ່ວນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ