
ຄົນເກີດວັນອາທິດ:ການງານ ມີເຕັກນິກໃນການເຮັດທຸລະກິດການງານ ສ້າງສັນຜົນງານ ຫຼື ສະເໜີໂປຣເຈັກວຽກຕ່າງໆ ໄດ້ຢ່າງດີເດັ່ນໃນໄລຍະນີ້ ການເງິນ ໂຊກດີທີ່ວ່າຈະມີບໍລິວານ ຫຼື ຜູ້ໃຫຍ່ຄອຍຖ້າໃຫ້ການອຸປະຖຳຊ່ວຍເຫຼືອດ້ານການເງິນສະເໝີ ຄວາມຮັກ ກັບຄົນທີ່ຄົບຫາຢູ່ເໝືອນຈະດີແຕ່ກໍຍັງບໍ່ແມ່ນ ມີຂໍ້ຂັດແຍ້ງບາງຢ່າງທີ່ບໍ່ອາດຈະແກ້ໄຂໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານ  ດ້ວຍຄວາມສະຫຼຽວສະຫຼາດໃນການເຈລະຈາ ຈະເຮັດໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງໃນຕອນນີ້ ການເງິນ  ລະວັງການຕາມໃຈຕົນເອງໃນເລື່ອງຂອງການໃຊ້ເງິນ ຫຼື ການນຳເງິນໃນອະນາຄົດອອກມາໃຊ້ຈ່າຍ ຄວາມຮັກ ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜ ກຳລັງຫາຊ່ອງທາງເຮັດທຸລະກິດ ທໍາມາມາຫາກິນຫຼາຍກວ່າທີ່ຈະເນັ້ນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນ   ຫິນນໍາໂຊກສີບົວ ສີມຸງຄຸນ   ສີມ້ວງ ເລກນຳໂຊກ   1
 .
ຄົນເກີດວັນອັງຄານ:ການງານ  ລູກນ້ອງ ບໍລິວານຈະຄອຍຖ້າຊ່ວຍເຫຼືອທາງດ້ານການງານໃຫ້ເກີດຄວາມສຳເລັດທີ່ດີໄດ້ສະເໝີ ການເງິນ  ຫາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍໃນໄລຍະນີ້ ມີເລື່ອງເລັ່ງດ່ວນທີ່ຕ້ອງໃຊ້ເງິນເປັນຈຳນວນຫຼາຍ ຄວາມຮັກ   ຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກໃນໄລຍະນີ້ນັ້ນເອງ ເຄື່ອງມຸງຄຸນ   ຄໍາຝຣັ່ງ ສີມຸງຄຸນ    ສີຂຽວ ເລກນຳໂຊກ  0
ຄົນເກີດວັນພຸດ:ການງານ ເປັນຄົນເກັ່ງ ເຮັດວຽກເກັ່ງ ບໍລິຫານຈັດການໄດ້ຢ່າງດີເດັ່ນ ໃນໄລຍະນີ້ຈະໄດ້ຮັບຄຳຊົມເຊີຍ ການເງິນ   ຄວນປະຢັດໃນການໃຊ້ຈ່າຍໃຫ້ຫຼາຍໆ ເພາະທ່ານຕ້ອງມີລາຍຈ່າຍຫຼາຍໃນທ້າຍເດືອນ  ຄວາມຮັກ  ລົງຕົວດີໃນເລື່ອງຄວາມສຳພັນດ້ານຄວາມຮັກໃນໄລຍະນີ້ ມີໂອກາດພົບຮັກເພາະທຸລະກິດການງານຂອງຕົນເອງທີ່ຈະນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນ   ເງິນ
ສີມຸງຄຸນ ສີດໍາ ເລກນຳໂຊກ   7
					
					
				
ຄົນເກີດວັນພະຫັດ:ການງານ ມີອຸປະສັກ ເປັນສິ່ງທີ່ທ້າທາຍໃນເລື່ອງຂອງການແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ດ້ວຍຄວາມສາມາດຂອງຕົນເອງ ການເງິນ  ຈະພົບລາຍຈ່າຍຢ່າງບໍ່ຄາດຝັນ ແລະ ບໍ່ທັນຕັ້ງຕົວໃນໄລຍະນີ້ ຈາກຄວາມຜິດພາດໃນການບໍລິຫານຈັດການທາງດ້ານການເງິນ ຄວນລະວັງໃຫ້ດີ ຄວາມຮັກ ຈະພົບຄົນທີ່ມີສະເໜ່ເກັ່ງຫຼາຍໆ ໃນໄລຍະນີ້ ແຕ່ຂຶ້ນຢູ່ກັບລາວວ່າຈະເລືອກທ່ານ ຫຼື ບໍ່ນັ້ນເອງ ເຄື່ອງມຸງຄຸນ ຕ່າງຫູ ສີມຸງຄຸນ ສີຂາວ ເລກນຳໂຊກ 2
ຄົນເກີດວັນສຸກ:ການງານ ເຮັດວຽກເກັ່ງ ແລະ ເຕັມທີ່ສະເໝີ ການແຕ່ງຕົວທີ່ສົ່ງເສີມໃຫ້ມີບຸກຄະລິກກະພາບດີຈະຊ່ວຍໃຫ້ການຕິດຕໍ່ງານເກີດຄວາມສຳເລັດ ການເງິນ ຫາໄດ້ຫຼາຍກໍໃຊ້ອອກໄປຫຼາຍໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກ  ຍັງເບິ່ງໆ ຢູ່ຫຼາຍກວ່າ ໃນໄລຍະນີ້ຍັງບໍ່ປ່ຽນສະຖານະ ຄົບຫາເປັນໝູ່ເພື່ອນກັນໄປກ່ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານ ວຽກງານຫຼາຍໃນໄລຍະນີ້ ຄວນລະວັງເລື່ອງສຸຂະພາບຂອງທ່ານໃຫ້ຫຼາຍໆ ການເງິນ ມີການວາງແຜນໃນເລື່ອງຂອງການຂໍເຄຣດິດກັບທະນາຄານ ແລະ ຈະເຮັດໃຫ້ທ່ານມີຫຼາຍຈ່າຍເພີ່ມຂຶ້ນ ຄວາມຮັກ   ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈແບບບໍ່ທັນຕັ້ງໂຕ ທ່ານເປັນຄົນທີ່ມີສະເໜ່ຫຼາຍໆ ແຕ່ກໍຕ້ອງໃຊ້ໄລຍະເວລາເບິ່ງໆ ກັນໄປກ່ອນເຄື່ອງມຸງຄຸນ  ສາຍແຂນ
ສີມຸງຄຸນ ສີສົ້ມ ເລກນຳໂຊກ   9
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,537  | 21,814  | 
THB  | 665.24  | 676.55  | 
EUR  | 24,028  | 24,509  | 
CNY  | 2,954  | 3,013  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,870,000  | 43,400,000  | 
![]()  | 42,378,000  | 43,509,000  | 
								
								
															
								













