ດວງ-Tou-Vientianepost - 2023-08-15T213454.415
ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ຈັບຕົວ 2 ຄູ່ ຜົວເມຍ ພ້ອມຂອງກາງຢາບ້າຈໍານວນ 77,436 ເມັດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 August, 2023
ໝວດ: ຂ່າວ

ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ຈັບຕົວ 2 ຄູ່ ຜົວເມຍ ພ້ອມຂອງກາງຢາບ້າຈໍານວນ 77,436 ເມັດໂດຍປະຕິບັດຕາມວະລະແຫ່ງຊາດວ່າດ້ວຍການສະກດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໜົດໄປຈາກສັງຄົມລາວ ສະນັ້ນໃນຄັ້ງວັນທີ 14 ກໍລະກົດ 2023 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຢູ່ທີ່ຂອບເຂດບ້ານນາຊູ ເມືອງກາສີ ສາມາດກັກຕ້ອງເປົ້າໝາຍຄ້າ-ຂາຍຢາບ້າ ໄດ້ຈໍານວນ 4 ຄົນ ຄື: ທ້າວ ຮາຢ່າງ ອາຍຸ 34 ປີ ອາຊີບຊາວນາ ແລະ ນາງ ໄມວ່າງ ອາຍຸ 28 ປີ ອາຊີບຊາວນາ (ເປັນຜົວ-ເມຍກັນ) ຢູ່ບ້ານນາຊູ, ເມືອງກາສີ, ແຂວງວຽງຈັນ ພ້ອມຂອງກາງຢາບ້າຈໍານວນ 68 ຖົງ ເທົ່າກັບ 13,600 ເມັດ, ເງິນກີບທະນາຄານ 178 ລ້ານກີບ ແລະໂທລະສັບ 2 ໜ່ວຍ , ທ້າວ ເຢັ້ງຢາ ອາຍຸ 50 ປີ ອາຊີບຊາວນາ ແລະ ນາງ ມາລີ ອາຍຸ 45 ປີ ອາຊີບຊາວນາ (ເປັນຄູ່ຜົວ-ເມຍກັນ) ພ້ອມດ້ວຍຂອງກາງຢາບ້າຈໍານວນ 63,836 ເມັດ, ເງິນກີບທະນາຄານ 16 ລ້ານກີບ ແລະ ໂທລະສັບ 3 ໜ່ວຍ ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ທ້າວ ຮາຢ່າງ ແລະ ນາງ ໄມວ່າງ (ຄູ່ຜົວ-ເມຍ)ໄດ້ໃຫ້ການສາລະພາບວ່າ: ຢາບ້າຈຳນວນ 68 ຖົງ ເທົ່າກັບ 13.600 ເມັດ ນັ້ນແມ່ນຢາບ້າຂອງພວກກ່ຽວແທ້ຈິງ ໃນເບື້ອງຕົ້ນ ໃນຊ່ວງເດືອນມິຖຸນາ 2023 ຜ່ານມານີ້ ຜູ້ກ່ຽວແມ່ນໄດ້ຕິດຕໍ່ຊື້ຢາບ້າຈໍານວນ 24,000 ເມັດ ໃນລາຄາ 28,000,000 ກີບ ໂດຍແມ່ນ ນາງ ມາລີ ເປັນຄົນເອົາຢາບ້າຈໍານວນດັ່ງກ່າວມາສົ່ງໃຫ້ຜູ້ກ່ຽວຢູ່ເຮືອນ, ຫຼັງຈາກຜູ້ກ່ຽວໄດ້ຢາບ້າມາແລ້ວກໍ່ໄດ້ເອົາຊຸກເຊື່ອງໄວ້ຢູ່ໃນຫ້ອງນອນຂອງພວກກ່ຽວ ຈາກນັ້ນພວກກ່ຽວກໍ່ໄດ້ເອົາຢາບ້າມາຂາຍໃຫ້ກຸ່ມມົ້ວສຸມຢາເສບຕິດຢູ່ພາຍໃນບ້ານຈໍານວນ 52 ຖົງ ເທົ່າກັບ 10,400 ເມັດ ໃນລາຄາ 01 ຖົງ 300,000 ກີບ ຍັງເຫຼຶອຢາບ້າ 68 ຖົງເທົ່າກັບ 13,600 ເມັດ ຕົກມາຮອດວັນທີ 14 ກໍລະກົດ 2023 ເຈົ້າ

ໜ້າທີ່ຕໍາຫຼວດໄດ້ເຂົ້າມາກວດຄົ້ນຕົວ ແລະ ເຮືອນຂອງພວກກ່ຽວ ຜ່ານການກວດຄົ້ນຈຶ່ງພົບເຫັນຂອງກາງຢາບ້າຈໍານວນ 13,600 ເມັດ, ເງິນກີບທະນາຄານ 178 ລ້ານກີບ ແລະໂທລະສັບ 2 ໜ່ວຍ ຢູ່ໃນຫ້ອງນອນຂອງພວກກ່ຽວ ຜ່ານການສືບສວນ-ສອບສວນ ພວກກ່ຽວຍັງໃຫ້ການຊັດທອດຕື່ມອີກວ່າ: ໄດ້ຊື້ຢາບ້ານໍາ ທ້າວ ເຢັ້ງຢາ ແລະ ນາງ ມາລີ ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ເຢັ້ງຢາ ແລະ ນາງ ມາລີ ຜ່ານການກວດຄົ້ນແມ່ນພົບເຫັນຂອງກາງຢາບ້າຈໍານວນ 63.836 ເມັດ, ເງິນກີບທະນາຄານ 16 ລ້ານກີບ ແລະໂທລະສັບ 3 ໜ່ວຍ ຢູ່ກ້ອງຕຽງໃນຫ້ອງນອນຂອງພວກກ່ຽວຈາກນັ້ນເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ກັກຕົວພວກກ່ຽວທັງ ພ້ອມດ້ວຍຂອງກາງຈຳນວນດັ່ງກ່າວ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ປະຈຸບັນເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງວຽງຈັນ ພວມດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 4 ຄົນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ ເຄືອຄ່າຍ ແລະ ຜູ່ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່ໄປ.

ທີ່ມາ Viengchan Police news

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-04T090649.454
ລາຍງານສະພາບອາກາດປະຈໍາວັນທີ 04 ພະຈິກ 2025
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
ຢ່າລື່ມກົດຕິດຕາມ