ດວງ-Tou-Vientianepost - 2023-08-17T214655.520
ການນໍາແຂວງຄຳມ່ວນ ສືບຕໍ່ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຄູນຄຳ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 August, 2023
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 16 ສິງຫາ 2023 ນີ້, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແຂວງຄໍາມ່ວນ ຕາງໜ້າອຳນາດການປົກຄອງຂອງແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ເພື່ອໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດ (ນໍ້າຖ້ວມ) ຢູ່ເມືອງຄູນຄໍາ, ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 211 ລ້ານກວ່າກີບ ໃຫ້ແກ່ປະຊາຊົນ 3 ບ້ານ, 365 ຄອບຄົວ ທີ່ໄດ້ຮັບຜົນກະທົບ ໃນນັ້ນ, ປະກອບມີ: ບ້ານແກ້ງ 142 ຄອບຄົວ, ບ້ານໂພນແຍງ 137 ຄອບຄົວ ແລະ ບ້ານນາຄໍາ 86 ຄອບຄົວ ເພື່ອຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ.

ທ່ານ ວົງເພັດ ຈິດປັນຍາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ, ຕໍ່ກັບເຫດການນໍ້າຖ້ວມຄັ້ງນີ້ ການນໍາພັກ,ລັດ ແຕ່ລະຂັ້ນ ບໍ່ໄດ້ນິ້ງນອນໃຈ ນັບຕັ້ງແຕ່ມື້ເກີດເຫດ ການນໍາຂັ້ນແຂວງກໍໄດ້ລົງມາຊີ້ນຳບັນຊາ, ພ້ອມທັງສຸມກຳລັງພົນຈາກບັນດາກົມກອງ ແລະ ພາຫະນະ, ອຸປະກອນຕ່າງໆ ລົງມາຊ່ວຍເຫລືອເຄື່ອນຍ້ານປະຊາຊົນອອກໄປຢູ່ໃນຈຸດທີ່ປອດໄພ, ພ້ອມທັງໄດ້ລະດົມວັດຖຸ-ປັດໄຈ ຈາກບັນດາບໍລິສັດ, ຫ້າງຮ້ານ ແລະ ພາກສ່ວນຕ່າງໆໃນສັງຄົມ ເພື່ອມາຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ.

ມາຮອດປັດຈຸບັນ, ສະພາບນໍ້າຖ້ວມກໍໄດ້ຫລຸດຜ່ອນລົງ ແຕ່ທີ່ຍັງເປັນຫ່ວງ ກໍຄື ສະພາບດຳລົງຊີວິດ ການເປັນຢູ່ຂອງປະຊາຊົນ ເຊິ່ງບ້ານຕ່າງໆແມ່ນຍັງບໍ່ມີໄຟຟ້າໃຊ້ ເນື່ອງຈາກເສົາໄຟຟ້າ ໄດ້ຖືກດິນເຈື່ອນຫັກຕົກລົງເຫວຫລາຍຈຸດ ເຊັ່ນ: ຢູ່ຈຸດພູໄຮ ບໍ່ສາມາດສົ່ງໄຟຟ້າມາໃຫ້ພໍ່ແມ່ປະຊາຊົນໄດ້ ເຊິ່ງການນໍາ ພັກ, ລັດ ກໍພະຍາຍາມເລັ່ງໃສ່ຊອກຫາວິທີແກ້ໄຂຢູ່. ພ້ອມນີ້, ກໍສະເໜີໃຫ້ປະຊາຊົນ ຄົ້ນຄວ້າຜະລິດກະສິກຳ, ປູກພືດໄລຍະສັ້ນປະເພດຕ່າງໆ ທົດແທນຜົນຜະລິດທີ່ເສຍຫາຍ ເພື່ອແກ້ໄຂຊີວິດການເປັນຢູ່ປະຈໍາວັນ. ສ່ວນແນວພັນ ໃຫ້ເກັບກຳຂໍ້ມູນ ຄວາມຕ້ອງການ ແລ້ວສະເໜີໄປຍັງຂະແໜງທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງ ຄົ້ນຄວ້າຕອບສະໜອງແນວພັນພືດຕ່າງໆ. ນອກນີ້, ກໍໃຫ້ເອົາໃຈໃສ່ປັນຫາດ້ານສຸຂະພາບ ໂດຍ ໃຫ້ການຈັດຕັ້ງບ້ານຕິດຕາມກ່ຽວກັບພະຍາດ ທີ່ອາດຈະເກີດຂຶ້ນພາຍຫລັງທີ່ນໍ້າບົກແຫ້ງ, ກໍລະນີພົບເຫັນແມ່ນໃຫ້ຮີບຮ້ອນລາຍງານ ເພື່ອວາງແຜນຕອບໂຕ້ແກ້ໄຂໃຫ້ທັນກັບສະພາບການ.ໂອກາດນີ້, ທ່ານຮອງເລຂາພັກແຂວງ ຍັງໄດ້ໄປຕິດຕາມເບິ່ງສະພາບຈຸດເກີດເຫດດິນເຈື່ອນຖົມເສັ້ນທາງຢູ່ເຂດພູໄຮ ຕື່ມອີກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ