
ຄົນເກີດວັນອາທິດ:ການງານ ຈະເຮັດທຸລະກິດໃດໆ ກໍປະສົບຄວາມສຳເລັດ ປະສົບຄວາມກ້າວໜ້າໃນຊ່ວງນີ້ ການເງິນ ໝຸນຫາໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້ ແຕ່ກໍຄ່ອນຂ້າງເມື່ອຍເລີຍ ຄວາມຮັກ ມີໃຜບາງຄົົນທີ່ມັກຢູ່ໃນໃຈແລ້ວ ແຕ່ເບິ່ງນິໄສໄປກ່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີແດງ ເລກນຳໂຊກ 9
ຄົນເກີດວັນຈັນ:ການງານ ເປັນຄົນຂະຫຍັນເຮັດວຽກ ຈຶ່ງປະສົບຄວາມສຳເລັດ ແລະ ໄດ້ດີໃນສາຍງານຂອງຕົນເອງ ການເງິິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ດວງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ມີໂອກາດພົບຮັກກັບໃຜບາງຄົນ ທ່ານເປັນຄົນສະຫລຽວສະຫລາດ ຊ່າງເວົ້າ ມີຊື່ສຽງໃນທາງທີ່ດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂຽວ ເລກນຳໂຊກ 4
ຄົນເກີດວັນອັງຄານ:ການງານ ພະຍາຍາມເຮັດວຽກ ແລະ ເຮັດຫນ້າທີ່ໃຫ້ດີທີ່ສຸດ ຈະປະສົບຄວາມສຳເລັດໄດ້ຢ່າງດີຢ້ຽມ ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວ ແຕ່ກໍຫາເຂົ້າມາໄດ້ເພີ່ມເຕີມດ້ວຍຄວາມສາມາດຂອງຕົນເອງລ້ວນໆ ຄວາມຮັກ  ຍັງບໍ່ໄດ້ຕັດສິນໃຈຫລືທຸ້ມເທດ້ານຄວາມຮັກກັບໃຜໃນຊ່ວງນີ້ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີດໍາ ເລກນຳໂຊກ 5
ຄົນເກີດວັນພຸດ:ການງານ ການເຈລະຈາຕໍ່ລອງຈະເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດໄດ້ດີຂຶ້ນ ການເງິນ ມີໂຊກດີ ສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກ ອາດພົບຄູ່ແທ້ໃນຊ່ວງນີ້ກໍເປັນໄປໄດ້ ເປັນຄົົນທີ່ມີຊື່ສຽງ ມີຄວາມສາມາດ ມີອາຊີບກ່ຽວກັບງານທີ່ຕ້ອງໃຊ້ຄຳເວົ້າ ສິນລະປະ ໃນເລື່ອງຂອງການເຈລະຈາຕໍ່ລອງຕ່າງໆ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກນຳໂຊກ 9
ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດໃດໆ ກໍຈະປະສົບຄວາມສຳເລັດ ປະສົບຄວາມກ້າວໜ້າເປັນຢ່າງຫລາຍ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ໃນຊ່ວງນີ້ຈະໂຊກດີ ມີຄວາມກັງວົນໃຈແຕ່ກໍຫາເຂົ້າມາໄດ້ທຸກຄັ້ງ ຄວາມຮັກ ຖ້າຫາກຈະພົບໃຜໃນຊ່ວງນີ້ ທ່ານເປັນຄົນເກັ່ງ ມີຄວາມສາມາດທາງດ້ານພາສາ ແລະ ມີຖານະທີ່ຄ່ອນຂ້າງດີ ແຕ່ອອກຈະໃຈຮ້ອນຢູ່ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີຂາວ ເລກນຳໂຊກ 1
ຄົນເກີດວັນສຸກ:ການງານ ເມື່ອຍກັບວຽກງານໃນຊ່ວງນີ້ ພົບອຸປະສັກ ວຽກງານໜັກຫລາຍຂຶ້ນ ຈຶ່ງເຮັດໃຫ້ຕົນເອງນັ້ນມີຄວາມທໍ້ໃຈ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ແຕ່ລະວັງຄົນຈະມາຢິບຢືມເງິນ ແລ້ວຖືກໂກງກໍເປັນໄປໄດ້ ຄວາມຮັກ ຍັງບໍ່ໄດ້ຮັບຄວາມຊັດເຈນດ້ານຄວາມຮັກໃນຊ່ວງນີ້ ເຖິງແມ່ນຈະພົບໃຜບາງຄົນແລ້ວກໍຕາມ ຈະມີບັນຫາໃນເລື່ອງການເຈລະຈາ ເລື່ອງຂອງຄຳເວົ້າທີ່ເຮັດໃຫ້ເກີດຄວາມຂັດແຍ້ງລະຫວ່າງກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 4
ຄົນເກີດວັນເສົາ:ການງານ ພົບອຸປະສັກດ້ວຍເປັນທຳມະດາ ຊ່ວງນີ້ຕ້ອງຄ່ອຍໆ ເຮັດ ຄ່ອຍໆ ຄິດ ຄ່ອຍໆ ແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ ການເງິນ ປະຢັດເອົາໄວ້ກ່ອນຈະດີທີ່ສຸດໃນຊ່ວງນີ້ ເພາະມີໃຜບາງຄົນຢາກຈະມາຢິບຢືມແລ້ວບໍ່ຄືນກໍເປັນໄປໄດ້ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ແລະ ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜໃນຊ່ວງນີ້ ໃຫ້ເບິ່ງໄປກ່ອນຈະດີທີ່ສຸດ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີເທົາ ເລກນຳໂຊກ 1
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,537  | 21,814  | 
THB  | 665.24  | 676.55  | 
EUR  | 24,028  | 24,509  | 
CNY  | 2,954  | 3,013  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,870,000  | 43,400,000  | 
![]()  | 42,378,000  | 43,509,000  | 
								
								
															
								













