ດວງ-Tou-Vientianepost - 2023-08-24T125053.218
ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອ ແຂວງສາລະວັນ 73.000 ໂດລາສະຫະລັດໃນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 August, 2023
ໝວດ: ຂ່າວ

ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນຈະໃຫ້ການຊ່ວຍເຫລືອທຶນປະມານ 73.000 ໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການດ້ານສາທາ ລະນະສຸກ ແລະ ນຳໃຊ້ໃນການຍົກລະດັບການເຂົ້າເຖິງການບໍລິການສາທາລະນະສຸກ ໃນໂຮງໝໍນ້ອຍບ້ານນາໂພ ເມືອງສາລະວັນ ແຂວງສາລະວັນ.

ວັນທີ 21 ສິງຫາ 2023, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນສັນຍາໃຫ້ການຊ່ວຍເຫລືອໃນດັ່ງກາວ ຮ່ວມກັບ ຕົວແທນຈາກແຂວງສາລະວັນ, ໂດຍມີທ່ານ ດາວວົງ ພອນແກ້ວ, ເຈົ້າແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພະຍານ.

ໂຮງໝໍນ້ອຍນາໂພ ມີຄວາມສຳຄັນທີ່ສຸດຕໍ່ປະຊາຊົນທີ່ອາໄສຢູ່ເຂດໃກ້ຄຽງ ເຊິ່ງກາຍເປັນບ່ອນທີ່ເຂົາເຈົ້າສາມາດເພິ່ງພາອາໄສໄດ້, ພວກເຮົາຫວັງວ່າ ໂຄງການດັ່ງກ່າວ ຈະຊ່ວຍຍົກລະດັບສະພາບແວດລ້ອມການປິ່ນປົວໃນໂຮງໝໍ ໃຫ້ທັງຄົນເຈັບ ແລະ ບຸກຄະລາກອນການແພດໃຫ້ດີຂຶ້ນຢ່າງກ້າວກະໂດດ. ພວກເຮົາເຊື່ອໝັ້ນວ່າ ການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໃນຄັ້ງນີ້ ຈະຊ່ວຍໃຫ້ປັບປຸງໂຕຊີ້ວັດດ້ານສາທາລະນະສຸກຂອງເມືອງສາລະວັນ ແລະ ທົ່ວແຂວງສາລະວັນ ໃຫ້ໄດ້ຮັບການແກ້ໄຂ. ພ້ອມນັ້ນ, ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນແຂວງສາລະວັນ ໃນດ້ານສາທາລະນະສຸກ ແລະ ອີກຫລາຍດ້ານຢ່າງກວ້າງຂວາງ ເພື່ອພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊັບພະຍາກອນມະນຸດຂອງ ແຂວງສາລະວັນ.

ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນ ການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດ ປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫລັກ. ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງສາລະວັນ ລວມເປັນມູນຄ່າຫລາຍກວ່າ 470.000 ໂດລາສະຫະລັດ ໃນດ້ານການສຶກສາ, ສາທາລະນະສຸກ, ພື້ນຖານໂຄງລ່າງ ແລະ ດ້ານອື່ນໆຢ່າງກວ້າງຂວາງ, ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍ ເຫລືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປ ເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ