
ວັນທີ 21 ສິງຫາ 2023, ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ກັກຕົວເປົ້າໝາຍຂົນສົ່ງຢາເສບຕິດ 3 ຄົນ ພ້ອມຢາເສບຕິດ ປະເພດຢາໄອສ໌ 10 ເປົາ, ເທົ່າກັບ 250 ຖົງ ທີ່ຂົນສົ່ງແຕ່ນະຄອນຫລວງວຽງຈັນລົງໄປພາກໃຕ້ໂດຍຜ່ານແຂວງຄຳມ່ວນ.
ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວ ສຸລິສັກ ອາຍຸ 35 ປີ ຍອມຮັບສາລະພາບວ່າ: ຢາໄອສ໌ ຈຳນວນ 10 ເປົາ ແມ່ນຕົນເອງໄດ້ຮັບມາຈາກ ທ້າວ ທະນູເພັດ ແລະ ນາງ ນາງ ເພື່ອນຳໄປສົ່ງ ໃຫ້ຜູ້ຮ່ວມຂະບວນການ ຢູ່ເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ຮັບຄ່າຈ້າງຂົນສົ່ງ ໃນລາຄາກິໂລລະ 1.000 ບາດ, ນອກນັ້ນຜູ້ກ່ຽວ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ທ້າວ ທະນູເພັດ ແລະ ນາງ ນາງ ໄດ້ລໍຖ້າຕົນເອງຢູ່ ເມືອງທ່າແຂກ ແຂວງຄຳມວ່ນ, ຕໍ່ມາວັນທີ 22 ສິງຫາ 2023 ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວພວກກ່ຽວ ໃນຂະນະທີ່ ກຳລັງຈອດລົດໃສ່ນ້ຳມັນ ຢູ່ປ້ຳນ້ຳມັນແຫ່ງໜື່ງ ໃນເມືອງທ່າແຂກ ມາດາໍເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ປັດຈຸບັນທາງເຈົ້າໜ້າທີ່ ແຂວງ ຄຳມ່ວນ ພວມທຳການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມ ແກ໋ງຮ່ວມຂະບວນການກະທໍາຜິດຄ້າຂາຍ, ຂົນສົ່ງຢາເສບຕິດ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ຂໍ້ມູນຈາກ: ປກສ ຄໍາມ່ວນ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,537 | 21,814 |
THB | 665.24 | 676.55 |
EUR | 24,028 | 24,509 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,870,000 | 43,400,000 |
![]() | 42,378,000 | 43,509,000 |














