ດວງ-Tou-Vientianepost - 2023-08-24T214331.982
ອົງການກາແດງລາວ ສືບຕໍ່ຮັບເຄື່ອງ ຊ່ວຍເຫລືອ ແກ້ໄຂໄພນ້ຳຖ້ວມ ຢູ່ລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 August, 2023
ໝວດ: ຂ່າວ

ໃນວັນທີ 24 ສິງຫາ 2023 ນີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານໄທ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຈາກການປະກອບສ່ວນຂອງ ພາກສ່ວນຕ່າງໆ ກໍຄື ປະຊາ ຊົນໄທ ມາມອບໃຫ້ອົງການກາແດງລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ ສປປ ລາວ ໃນປີ 2023 ຕາງໜ້າຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ: ເຄື່ອງນຸ່ງຫົ່ມ, ນໍ້າດື່ມ, ປາກະປ໋ອງ, ເຂົ້າສານ 2,25 ໂຕນ, ນົມຖົ່ວເຫລືອງ, ເຄື່ອງໃຊ້ ແລະ ຢາປະຈຳບ້ານຈຳນວນໜຶ່ງ.

ໂອກາດດັ່ງກ່າວ, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ມໍຣະກົດ ສີສະຫວັດ ທີ່ໄດ້ຕາງໜ້າໃຫ້ປະຊາຊົນໄທ ນຳເອົາເຄື່ອງຊ່ວຍເຫລືອມາມອບໃຫ້ ໃນຄັ້ງນີ້, ພ້ອມທັງຝາກຄວາມຂອບໃຈ ໄປຍັງປະຊາຊົນໄທ ຜູ້ທີ່ມີນ້ຳໃຈ ເຫັນໄດ້ຄວາມສຳຄັນ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມາປະກອບສ່ວນຊ່ວຍເຫລືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ປະຊາຊົນລາວທີ່ໄດ້ຮັບຜົນກະທົບ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງປະຊາຊົນ ຂອງສອງປະເທດ ລາວ-ໄທ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ. ພ້ອມທັງຢືນຍັນວ່າ ຈະນຳເອົາເຄື່ອງຊ່ວຍເຫລືອທີ່ໄດ້ຮັບໃນຄັ້ງນີ້, ໄປແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນ ດາແຂວງ ໃນຂອບເຂດທົ່ວປະເທດ ຢ່າງທົ່ວເຖິງ.

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ