
ວັນທີ 25 ສິງຫາ 2023 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອ ໃນການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບປຸງສະພາບການຮ່ຳຮຽນ-ສິດສອນຂອງນັກຮຽນ ແລະ ຄູ-ອາຈານໃນແຂວງວຽງຈັນ ເຊິ່ງຕາງໜ້າເຊັນສັນຍາ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຜູ້ກ່ຽວຂ້ອງຈາກແຂວງເປົ້າໝາຍ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ເປັນສັກຂີພິຍານ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳໃໝ່, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານຜາຫຼວງ ເມືອງເຟືອງ, ແຂວງວຽງຈັນ ເປັນມູນຄ່າ 72.873 ໂດລາ ເພື່ອປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ.
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ຕະຫລອດໄລຍະຫລາຍປີຜ່ານມາ ປະເທດຍີ່ປຸ່ນໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຫລາຍດ້ານເຊັ່ນ: ດ້ານກະສິກຳ, ການສຶກສາ, ສາທາລະນະສຸກ ລວມເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງທີ່ຈະຊ່ວຍໃຫ້ແຂວງວຽງຈັນ ສາມາດສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ແລະ ຮັບປະກັນໃຫ້ນັກຮຽນມີຜົນການຮຽນທີ່ດີຍິ່ງຂຶ້ນ ຊຶ່ງຈະເປັນການປະກອບສ່ວນໃນການສ້າງຊັບພະຍາກອນມະນຸດມີຄຸນະພາບ ທີ່ຈະກາຍເປັນອະນາຄົດຂອງຊາດໃນພາຍພາກໜ້າ.
ທ່ານ ໂຄບະຢະຊິ ເຄັນອິຈິ ກ່າວວ່າ: “ໂຮງຮຽນປະຖົມບ້ານຜາຫລວງ ແມ່ນມີອາຄານຮຽນເກົ່າ ທີ່ເປ່ເພຢ່າງໜັກໜ່ວງ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮີບຮ້ອນ ແກ້ໄຂບັນຫາເພື່ອຄວາມປອດໄພຂອງຄູ ແລະ ນັກຮຽນ, ໃນຂະນະດຽວກັນ, ຈຳນວນຫ້ອງນ້ຳກໍບໍ່ພຽງພໍຕໍ່ຈຳນວນນັກຮຽນ ເຮັດໃຫ້ມີຄວາມກັງວົນເຖິງສະພາບ ສຸຂະອະນະໄມຢູ່ໃນໂຮງຮຽນດັ່ງກ່າວ”.
ເນື້ອໃນຂ່າວ : ໜັງສືພິມພັດທະນາລາວ
ຮູບພາບ : Embassy of Japan in Laos
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














