
ຄົນເກີດວັນອາທິດ:ການງານ ປະສົບຄວາມສຳເລັດໃນການລົງທຶນ ທາງດ້ານທຸກລະກິດ ການເງິນ ພົບເລື່ອງທີ່ຕ້ອງຈ່າຍເງີນອອກໄປຢ່າງວ່ອງໄວ ຄວາມຮັກ ຈະຕົກຢູ່ໃນສະຖານະການຮັກຊ້ອນ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານ ຈະພົບອຸປະສັກການງານທີ່ເຮັດໃຫ້ຮູ້ສຶກເມື່ອຍໃຈ ການເງິນ ລະວັງຈະຖືກເອົາປຽບຫລືຖືກໂກງໃນເລື່ອງການເງິນ ຄວາມຮັກ ອາດພົບເລື່ອງເລີກລາ ຢ່າຮ້າງກັບຄົນຮັກ
ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 8
ຄົນເກີດວັນອັງຄານ:ການງານ ລະວັງຈະຂັດແຍ້ງໃນເລື່ອງຂອງຜົນປະໂຫຍດທີ່ບໍ່ລົງຕົວ ການເງິນ ລະວັງຈະພົບເລື່ອງເສຍເງິນແບບຄາດບໍ່ເຖິງ ຄວາມຮັກ ຄວາມສຳພັນບໍ່ລົງຕົວເພາະບໍ່ມີເວລາໃຫ້ກັນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 5
ຄົນເກີດວັນພຸດ:ການງານ ລະວັງຜູ້ຮ່ວມງານຈະສ້າງບັນຫາໃຫ້ທ່ານ ການເງິນ ຈະມີເລື່ອງທີ່ຕ້ອງເສຍເງີນໃຫ້ກັບຜູ້ໃຫຍ່ ຄວາມຮັກ ຄວາມສຳພັນຈະເກີດຄວາມຫ່າງເຫີນກັນຫລາຍຂຶ້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ 2
ຄົນເກີດວັນພະຫັດ:ການງານ ສາມາດສ້າງຜົນງານໄດ້ໂດດເດັ່ນແຕ່ໃຫ້ລະວັງເພື່ອນຮ່ວມງານ ການເງິນ ຈະໄດ້ເງິນເຂົ້າມາແບບບໍ່ຄາດຝັນ ຄວາມຮັກ ຈະພົບຄົົນທີ່ມີສະເໜ່ເຂົ້າມາຊ່ວຍ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີແດງ ເລກນຳໂຊກ 8
ຄົນເກີດວັນສຸກ:ການງານ ມີໂອກາດຍົກຍ້າຍໄດ້ວຽກງານໃໝ່ເຂົ້າມາ ການເງິນ ຈະໄດ້ເງິນຈາກຄວາມພະຍາຍາມ ຄວາມຮັກ ທ່ານເປັນຜູ້ທີ່ມີສະເໜ່ຫລາຍ ແລະ ມີໂອກາດໄດ້ພົບຮັກກັບຄົນທີ່ທ່ານມັກ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີສົ້ມ ເລກນຳໂຊກ 0
ຄົນເກີດວັນເສົາ:ການງານ ເຮັດທຸລະກິດດ້ານຊັບສິນຈະໄດ້ຜົນກຳໄລທີ່ດີເຂົ້າມາຊ່ວຍແກ້ບັນຫາ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ ຄວາມຮັກ ຈະພົບຄົົນທີ່ມີທີ່ບໍ່ຄືໃຜ ເພາະອາດເປັນຄົນຕ່າງຊາດເຂົ້າມາມັກຮັກກັບທ່ານ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 8
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














