
ບັນຫາການລັກລອບນໍາເຂົ້າ ແລະ ນໍາໃຊ້ລົດ ທີບໍ່ຖືກຕ້ອງບໍ່ມີເອກະສານ ຫຼື ລົດເຖື່ອນ ຍັງເກີດຂຶ້ນຢູ່ຫຼາຍ ໃນກາງເດືອນ ສິງຫາ 2023 ຜ່ານມານີ້ ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ ແລະເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ ໄດ້ມອບພາຫະນະ (ລົດໃຫ່ຍ) ຍີຫໍ້ ຟອດຈູນເນີ ສີຂາວ ບໍມີປ້າຍທະບຽນ ເຊິ່ງແມ່ນລົດທີ່ລັກລອບນຳເຂົ້າແບບບໍ່
ຖືກຕ້ອງ ໃຫ້ເຈົ້າໜ້າທີພາສີປະຈຳ ແຂວງຫຼວງນ້ຳທາ ທີ່ຢຶດໄດ້ຈາກທ້າວ ລໍເອີ ອາຍຸ 39 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານດອນແຍງ ເມືອງລອງ ແຂວງຫຼວງນ້ຳທາ ເຊິ່ງຜູ້ກ້ຽວໄດ້ຕິດຕໍ່ພົວພັນຊື່-ຂາຍ ລົດຜ່ານທາງເຟດບຸກ ເພື່ອມານຳໃຊ້. ຕ່າງໜ້າກ່າວມອບຂອງ ຮທ ໄມ່ແອງຄຳ ສິງປະເສີດ ວິຊາການໜ່ວຍງານສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສິງ ແລະ ກ່າວຮັບໂດຍ ທ່ານ ວັນນະສີນ ອີນທະປັນຍາ ຮອງຂະແໜງການກວດກາ ແລະ ກວດສອບຄືນການແຈ້ງພາສີ ແຂວງຫຼວງນ້ຳທາ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພີຍານ.
ຕໍ່ກັບປັນຫາດັ່ງກ່າວ ຝາກເຖິ່ງປະຊາຊົນທີ່ມີຄວາມພ້ອມຈະຊື່ລົດ ມານຳໃຊ້ພາຍໃນຄອບຄົວ ຫຼື ນຳໃຊ້ເຂົ້າໃນການດຳເນີນທຸລະກິດ ແມ່ນແນະນຳໃຫ້ຊື້ລົດທີມີເອກະສານ ທີ່ຖືກຕ້ອງຕາມລະບຽບກົດໝາຍ.
ທີ່ມາ ວາລະສານ ປ້ອງກັນຄວາມສະຫງົບ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














