
ຄົນເກີດວັນອາທິດ:ການງານ ລົງທຶນເຮັດທຸລະກິດຂາຍອາຫານຈະເຮັດໃຫ້ທ່ານໄດ້ກໍາໄລ ການເງິນ ເຂົ້າສູ່ໄລຍະປະຢັດການໃຊ້ຈ່າຍເພາະລາຍຈ່າຍຫຼາຍ ຄວາມຮັກ ມີໂອກາດໄດ້ພົບຮັກກັບຄົນຜິວຂາວເຂົ້າມາໃຫ້ທ່ານໄດ້ຮູ້ຈັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 6
ຄົນເກີດວັນຈັນ:ການງານ ພົບສະຖານະການຕ້ອງລົງນາມເອກະສານສັນຍາເລັ່ງດ່ວນ ການເງິນ ຈະໄດ້ເງິນເຂົ້າມາໃຊ້ຈ່າຍແບບບໍ່ທັນຕັ້ງໂຕ ຄວາມຮັກ ໄດ້ພົບຮັກຄູ່ຄອງທີ່ດີ ອາດມາໃນເພື່ອນຮ່ວມງານກັນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີບົວ ເລກນຳໂຊກ 2
ຄົນເກີດວັນອັງຄານ:ການງານ ລົງທຶນເຮັດທຸລະກິດໄດ້ຜົນກຳໄລເພີ່ມພູນ ແຕ່ຕ້ອງລະວັງເລື່ອງຂອງຮຸ້ນສ່ວນ ການເງິນ ຖານະລ້ຳລວຍກວ່າແຕ່ກ່ອນເພາະຍ້ອນຄວາມສາມາດຂອງທ່ານເອງ ຄວາມຮັກ ເດີນທາງໄກແລ້ວໄດ້ພົບຮັກເຂົ້າມາໃຫ້ທ່ານມີຄວາມສຸກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີມ່ວງອ່ອນ ເລກນຳໂຊກ 4
ຄົນເກີດວັນພຸດ:ການງານ ທຸລະກິດທີ່ທ່ານກໍາລັງເຮັດຢູ່ຈະເຮັດໃຫ້ທ່ານມີຄວາມສາມາດເພີ່ມຂຶ້ນ ການເງິນ ມີເລື່ອງເຮັດໃຫ້ເສຍຊັບສິນ ອາດມາໃນການຊື້ສິນຄ້າມາເພີ່ມ ຄວາມຮັກ ໄດ້ພົບຮັກກັບຄົນຢູ່ໄກ ອາດມີປາກສຽງ ອາການນ້ອຍໃຈຕາມມາ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂຽວ ເລກນຳໂຊກ 7
ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດຈະການຄ້າຈະເກີດມີຍອດຂາຍຈະເລີນຮຸ່ງເຮືອງຂຶ້ນມາ ການເງິນ ມີໂຊກໄດ້ຊັບຈາກຄວາມສະຫຼຽວສະຫຼາດຂອງຕົນເອງ ຄວາມຮັກ ໄດ້ຮູ້ເລື່ອງຂ່າວຄາວຂອງຄົນຮັກເກົ່າ ແຕ່ທ່ານກໍມີຄົນໃນໃຈຂອງທ່ານຢູ່ແລ້ວ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີດໍາ ເລກນຳໂຊກ 5
ຄົນເກີດວັນສຸກ:ການງານ ໄດ້ເລີ່ມທຸລະກິດໃໝ່ເກີດຄວາມຈະເລີນຮຸ່ງເຮືອງເພາະທ່ານຕັ້ງເປົ້າໝາຍກັບສິ່ງນີ້ໄວ້ຫຼາຍ ການເງິນ ເຮັດເລື່ອງຂໍເຄຣດິດຈາກທະນາຄານໄດ້ຮັບການອະນຸມັດ ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄູ່ຄອງທີ່ດີ ແຕ່ທ່ານກໍຕ້ອງລະວັງເລື່ອງຂອງຄວາມຮັກໃຫ້ຫຼາຍ ເພາະອາດຍັງບໍ່ແມ່ນເນື້ອຄູ່ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຂາວ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານ ເຮັດທຸລະກິດເກີດຄວາມສຳເລັດຈົນຊື່ສຽງຂອງຕົນເອງ ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກ ຈະໄດ້ຮັບການອຸປະຖຳຊ່ວຍເຫຼືອຈາກຄົນຮັກບໍ່ວ່າຈະເປັນການປຶກສາ ຫຼື ເລື່ອງຂອງເງິນຄໍາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີສົ້ມ ເລກນຳໂຊກ 6
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














