
ຄົນເກີດວັນອາທິດ:ການງານ ຄວາມດຸໝັ່ນຈະນຳພາໂອກາດ ແລະ ຄວາມສຳເລັດມາສູ່ຕົນສະເໝີ ໄລຍະນີ້ເດີນທາງຕິດຕໍ່ວຽກງານຂ້ອນຂ້າງຫຼາຍ ການເງິນ ໃຊ້ຄວາມປະຢັດເອົາໄວ້ກ່ອນຈະດີທີ່ສຸດໃນໄລຍະນີ້ ການເງິນບໍ່ໂດດເດັ່ນປານໃດ ຄວາມຮັກ ຈະພົບຄູ່ ພົບຄົົນທີ່ຖືກໃຈໃນໄລຍະນີ້ ບຸນເກົ່າຈະນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີດໍາ ເລກນຳໂຊກ 2
ຄົນເກີດວັນຈັນ:ການງານ ສຶກສາຂໍ້ມູນໃໝ່ໆ ແລະ ເລືອກວິທີປະຕິບັດທີ່ຈະສົ່ງຜົນໃຫ້ເກີດຄວາມສຳເລັດໃນທຸລະກິດໄດ້ດີທີ່ສຸດ ການເງິນ ມີໂຊກຈະໄດ້ເງິນ ຫລືງານພິເສດບາງຢ່າງຈະເຮັດໃຫ້ໄດ້ເງິນເຂົ້າມາເພີ່ມເຕີມ ຄວາມຮັກ ສຸກສົມຫວັງລົງຕົວດີຂຶ້ນກ່ຽວກັບເລື່ອງຂອງຄວາມຮັກ ແລະຄວາມສຳພັນ ຖ້າມີເວລາໃຫ້ກັນຫລາຍຂຶ້ນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີຂຽວ ເລກນຳໂຊກ 3
ຄົນເກີດວັນອັງຄານ:ການງານ ຈະພົບອຸປະສັກດ້ານການງານໃນໄລຍະນີ້ ແຕ່ໂຊກດີທີ່ຜູ້ໃຫຍ່ຄອຍຖ້າສະໜັບສະໜຸນທ່ານສະເໝີ ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ຊັບສິນເພີ່ມພູນຂຶ້ນ ເກີດຄວາມຈະເລີນຮຸ່ງເຮືອງ ຄວາມຮັກ ຈະພົບວ່າຕົນເອງເປັນຜູ້ທີ່ມີສະເໜ່ ຈຶ່ງມີຄົນເຂົ້າມາສົນໃຈ ແຕ່ກໍຍັງບໍ່ຊັດເຈນ ຕ້ອງໃຊ້ເວລາເບິ່ງກັນຕໍ່ໄປ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນພຸດ:ການງານ ເຮັດທຸລະກິດໃດໆ ກໍຈະເກີດຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າເປັນຢ່າງດີ ການເງິນ ຫາເຂົ້າມາໄດ້ຫຼາຍກໍໃຊ້ຈ່າຍອອກໄປຫຼາຍ ແຕ່ກໍສາມາດໝຸນຫາໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ ຫາກບໍ່ໃຈຮ້ອນເກີນໄປ ຄວາມສຳພັນກັບຄົນຮັກກໍຈະລົງຕົວຫລາຍຂຶ້ນໃນໄລຍະນີ້ ເຄື່ອງມຸງຄຸນ ຕຸ້ມຫູ ສີມຸງຄຸນ ສີມ່ວງ ເລກນຳໂຊກ 9
ຄົນເກີດວັນພະຫັດ:ການງານ ເດີນທາງຕິດຕໍ່ງານໃນໄລຍະນີ້ ວຽກງານຫລາຍເປັນພິເສດ ລະວັງຄວາມຜິດພາດຈາກຄວາມໃຈຮ້ອນ ການເງິນ ມີເລື່ອງທີ່ຕ້ອງໃຊ້ອອກໄປຕະຫລອດ ໄລຍະນີ້ໃຊ້ເງິນຫລາຍເປັນພິເສດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກ ໄລຍະທາງຍັງເປັນອຸປະສັກຕໍ່ຄວາມສຳພັນ ໃນໄລຍະນີ້ຈຶ່ງຕ້ອງແບ່ງເວລາໃຫ້ກັນຫລາຍຂຶ້ນ ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 6
ຄົນເກີດວັນສຸກ:ການງານ ບໍລິວານທີ່ດີຈະຄອຍຖ້າຊ່ວຍເຫລືອດ້ານການງານ ການເຮັດວຽກງານຮ່ວມກັນເປັນທີມສາມາດສ້າງຜົນງານຮ່ວມກັນໄດ້ດີ ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ຈະສັງເກດໄດ້ວ່າການເງິນດີຂຶ້ນຫລາຍໆ ຄວາມຮັກ ໄລຍະນີ້ເປັນການທົບທວນເລື່ອງທີ່ຜ່ານມາໃນອະດີດ ຫລາຍກວ່າທີ່ຈະເລືອກໃຜເຂົ້າມາໃນຊີວິດ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີຟ້າ ເລກນຳໂຊກ 5
ຄົນເກີດວັນເສົາ:ການງານ ຈະພົບຄວາມກ້າວໜ້າໃນການສຶກສາສາຍອາຊີບ ຫລືທຸລະກິດຮູບແບບໃໝ່ຊຶ່ງກໍ່ໃຫ້ເກີດຜົນແຫ່ງຄວາມສຳເລັດດີຂຶ້ນເປັນຢ່າງຫລາຍ ການເງິນ ວາງແຜນການໃຊ້ຈ່າຍດ້ານການເງິນແບບປະຢັດໄວ້ກ່ອນຈະດີທີ່ສຸດໃນໄລຍະນີ້ ຄວາມຮັກ ໃນໄລຍະນີ້ລະວັງຄວາມໃຈຮ້ອນ ປະຄັບປະຄອງຄວາມສຳພັນໃຫ້ດີດ້ວຍການໃຊ້ເຫດຜົນຕໍ່ກັນຈະດີກວ່າ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 8
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














