ek
ດວງລາຍວັນປະຈໍາວັນຈັນ ທີ 11 ກັນຍາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 ເດືອນກັນຍາ, 2023

ຄົນເກີດວັນອາທິດ:ການ​ງານ  ຄວາມ​ດຸໝັ່ນ​ຈະ​ນຳ​ພາ​ໂອ​ກາດ ​ແລະ ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ສະເໝີ​ ໄລຍະ​ນີ້​ເດີນທາງ​ຕິດ​ຕໍ່​ວຽກງານ​ຂ້ອນ​ຂ້າງ​ຫຼາຍ ການ​ເງິນ  ໃຊ້​ຄວາມ​ປະຢັດ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ໃນ​ໄລຍະ​ນີ້​ ການ​ເງິນ​ບໍ່​ໂດດ​ເດັ່ນ​ປານໃດ​ ຄວາມ​ຮັກ   ຈະ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ໄລຍະ​ນີ້​ ບຸນ​ເກົ່າ​ຈະ​ນຳ​ພາ​ມາ​ໃຫ້​ພົບ​ກັນ​ ເຄື່ອງມຸງຄຸນ  ຄໍາຝຣັ່ງ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​   2

ຄົນເກີດວັນຈັນ:ການ​ງານ​  ສຶກ​ສາ​ຂໍ້​ມູນ​ໃໝ່​ໆ​ ແລະ​ ເລືອກ​ວິທີ​ປະຕິບັດ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃນ​ທຸລະກິດ​ໄດ້​ດີ​ທີ່ສຸດ​ ການ​ເງິນ​  ມີ​ໂຊກ​ຈະ​ໄດ້​ເງິນ​ ຫລື​ງານ​ພິເສດ​ບາງຢ່າງ​ຈະ​ເຮັດໃຫ້​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ ຄວາມ​ຮັກ​   ສຸກ​ສົມ​ຫວັງ​ລົງ​ຕົວ​ດີ​ຂຶ້ນ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ ​ແລະ​ຄວາມ​ສຳພັນ​ ຖ້າມີ​ເວລາ​ໃຫ້​ກັນ​ຫລາຍ​ຂຶ້ນ​ ເຄື່ອງມຸງຄຸນ​   ຄໍາ ສີມຸງຄຸນ   ສີ​ຂຽວ ເລກ​ນຳ​ໂຊກ​   3

ຄົນເກີດວັນອັງຄານ:ການ​ງານ​  ​ຈະ​ພົບ​ອຸປະສັກ​ດ້ານ​ການ​ງານ​ໃນ​ໄລຍະນີ້​ ແຕ່​ໂຊ​ກດີ​ທີ່​ຜູ້ໃຫຍ່​ຄອຍ​ຖ້າ​ສະໜັບ​ສະໜຸນ​ທ່ານ​ສະເໝີ​ ການ​ເງິນ​     ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ຊັບ​ສິນ​ເພີ່ມ​ພູນ​ຂຶ້ນ​ ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ຄວາມ​ຮັກ   ຈະ​ພົບ​ວ່າ​ຕົນເອງ​ເປັນ​ຜູ້​ທີ່​ມີ​ສະເໜ່​ ຈຶ່ງ​ມີຄົ​ນ​ເຂົ້າ​ມາສົ​ນ​ໃຈ​ ແຕ່​ກໍ​ຍັງ​ບໍ່​ຊັດເຈນ​ ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​ ເຄື່ອງມຸງຄຸນ​  ​  ໄຂ່ມຸກ ສີມຸງຄຸນ     ສີບົວ
ເລກ​ນຳ​ໂຊກ​   1

ຄົນເກີດວັນພຸດ:ການ​ງານ  ເຮັດ​ທຸລະກິດ​ໃດ​ໆ​ ກໍ​ຈະ​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ແລະ​ ຄວາມ​ກ້າວ​ໜ້າ​ເປັນ​ຢ່າງ​ດີ​ ການ​ເງິນ   ຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ໃຊ້​ຈ່າຍ​ອອກ​ໄປຫຼາຍ​ ແຕ່​ກໍ​ສາມາດ​ໝຸນ​ຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ຄວາມ​ຮັກ  ຫາກ​ບໍ່​ໃຈ​ຮ້ອນ​ເກີນ​ໄປ​ ຄວາມ​ສຳພັນ​ກັບ​ຄົນ​ຮັກ​ກໍ​ຈະ​ລົງ​ຕົວ​ຫລາຍ​ຂຶ້ນ​ໃນ​ໄລຍະນີ້​ ເຄື່ອງມຸງຄຸນ​​   ຕຸ້ມຫູ ສີມຸງຄຸນ     ສີ​ມ່ວງ ເລກ​ນຳ​ໂຊກ​   9

ຄົນເກີດວັນພະຫັດ:ການ​ງານ​    ເດີນທາງ​ຕິດ​ຕໍ່​ງານ​​ໃນ​ໄລຍະ​ນີ້​ ວຽກງານ​​ຫລາຍ​ເປັນ​ພິເສດ​ ລະ​ວັງ​ຄວາມ​ຜິດ​ພາດ​ຈາກ​ຄວາມ​ໃຈ​ຮ້ອນ​   ການ​ເງິນ​  ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ອອກ​ໄປ​ຕະຫລອດ​ ໄລຍະ​ນີ້​ໃຊ້​ເງິນ​ຫລາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ເລີຍ ຄວາມ​ຮັກ   ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ຕໍ່​ຄວາມ​ສຳພັນ​ ໃນ​ໄລຍະ​ນີ້​ຈຶ່ງ​ຕ້ອງ​ແບ່ງ​ເວລາ​ໃຫ້​ກັນ​ຫລາຍ​ຂຶ້ນ​ ເຄື່ອງມຸງຄຸນ​  ເພັດສີແດງ
ສີມຸງຄຸນ  ສີ​ເຫຼືອງ ເລກ​ນຳ​ໂຊກ​   6

ຄົນເກີດວັນສຸກ:ການ​ງານ​   ບໍລິວານ​ທີ່​ດີ​ຈະ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ດ້ານ​ການ​ງານ​ ການ​ເຮັດ​ວຽກງານ​ຮ່ວມ​ກັນ​ເປັນ​ທີມ​ສາມາດ​ສ້າງ​ຜົນ​ງານ​ຮ່ວມ​ກັນ​ໄດ້​ດີ​ ການ​ເງິນ  ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະນີ້​ ຈະ​ສັງເກດ​ໄດ້​ວ່າ​ການ​ເງິນ​ດີ​ຂຶ້ນ​ຫລາຍ​ໆ​ ຄວາມ​ຮັກ  ໄລຍະ​ນີ້​ເປັນ​ການ​ທົບ​ທວນ​ເລື່ອງ​​ທີ່​ຜ່ານມາ​ໃນ​ອະ​ດີດ​ ຫລາຍກວ່າ​ທີ່​ຈະ​ເລືອກ​ໃຜ​ເຂົ້າ​ມາ​ໃນ​ຊີວິດ​ ເຄື່ອງມຸງຄຸນ​​   ຫິນນໍາໂຊກສີແດງ ສີມຸງຄຸນ    ສີຟ້າ ເລກ​ນຳ​ໂຊກ​   5

ຄົນເກີດວັນເສົາ:ການ​ງານ​    ຈະ​ພົບ​ຄວາມ​ກ້າວ​ໜ້າ​ໃນ​ການສຶກສາ​ສາຍ​ອາ​ຊີບ​ ຫລື​ທຸລະກິດ​ຮູບ​ແບບ​ໃໝ່​ຊຶ່ງ​ກໍ່​ໃຫ້​ເກີດ​ຜົນ​ແຫ່ງ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ເປັນ​ຢ່າງ​ຫລາຍ​ ການ​ເງິນ​   ​ ວາງ​ແຜນ​ການ​ໃຊ້​ຈ່າຍ​ດ້ານ​ການ​ເງິນ​ແບບ​ປະ​ຢັດ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ໃນ​ໄລຍະນີ້​ ຄວາມ​ຮັກ​   ໃນ​ໄລຍະ​ນີ້​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ປະ​ຄັບ​ປະ​ຄອງ​ຄວາມ​ສຳພັນ​ໃຫ້​ດີ​ດ້ວຍ​ການ​ໃຊ້​ເຫດຜົນ​ຕໍ່​ກັນ​ຈະ​ດີກວ່າ​ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນ     ສີນໍ້າຕານ ເລກ​ນຳ​ໂຊກ​   8

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ