ດວງ-Tou-Vientianepost (25)
ຈຳປາສັກ-ດົງຖັບ ຮັດແໜ້ນການພົວພັນຮ່ວມມື ສອງຝ່າຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 September, 2023
ໝວດ: ຂ່າວ

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຄະນະຜູ້ແທນແຂວງດົງຖັບ ສສ ຫວຽດ ນາມ ນຳໂດຍ ທ່ານ ຟານ ວັນ ຖັງ ຮອງເລຂາ ຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ນຳພາຄະນະມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃນວັນທີ 10 ກັນຍາ 2023 ໂດຍການຕ້ອນຮັບ ແລະ ຮ່ວມພົບປະເຮັດວຽກຂອງ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ.

ໂອກາດນີ້, ຄະນະຜູ້ແທນຂອງສອງຝ່າຍ ໄດ້ລາຍງານສະພາບການອັນພົ້ນເດັ່ນ ຂອງການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສັງເຂບ, ຜົນການຮ່ວມມືໃນສົກປີຜ່ານມາ ໂດຍໄດ້ພ້ອມກັນ ຕີລາຄາຄືນການຮ່ວມມື ການຈັດຕັ້ງປະຕິບັດຜັນຂະຫຍາຍ ເນື້ອໃນບົດບັນທຶກຊ່ວຍຈຳການຮ່ວມມື ຂອງແຕ່ລະໄລຍະ ບົນພື້ນຖານເນື້ອໃນຈິດໃຈມິດຕະພາບ, ຄວາມສາມັກຄີ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຂອງ 2 ແຂວງ ຈຳປາສັກ ແລະ ດົງຖັບ ທີ່ໄດ້ຈັດຕັ້ງການໄປຢ້ຽມຢາມ, ແລກປ່ຽນ ແລະ ແບ່ງປັນບົດຮຽນໃນຫລາຍຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເຊັ່ນ: ການຄ້າ, ການບໍລິການ, ການສຶກສາ ແລະ ສາທາລະນະສຸກ. ພ້ອມນີ້, ສອງຝ່າຍ ໄດ້ລົງນາມບົດບັນທຶກ ສອງສະບັບ ເພື່ອສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫາຍເນື້ອໃນບົດບັນທຶກການຮ່ວມມື ປະຈຳສົກປີ 2022-2025 ເພື່ອຮັດແໜ້ນການຮ່ວມມື, ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຮວ່ມກັນລະຫ່ວາງຄະນະຜູ້ແທນຂັ້ນສູງຂອງສອງທ້ອງຖິ່ນ ແລະ ສ້າງເງື່ອນໄຂໃຫ້ແກ່ຂະແໜ່ງການຕ່າງໆ ແລກປ່ຽນມິດຕະພາບ, ຊຸກຍູ້ສົ່ງເສີມການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ, ສ້າງເງື່ອນໄຂຂໍ້ສະດວກໃຫ້ບັນດາວິສາຫະກິດຂອງສອງແຂວງໄດ້ແລກປ່ຽນ, ຊື້-ຂາຍຜະລິດຕະພັນ, ສິນຄ້າກະສິກຳ; ຊຸກຍູ້ການພົບປະ ແລະ ລົງທຶນໃນຂົງເຂດທີ່ເປັນທ່າ ເປັນຕົ້ນ ຂົງເຂດກະສິກຳ, ການປະມົງ ແລະ ອື່ນໆ.

ພາຍຫລັງ ສຳເລັດກອງປະຊຸມພົບປະສອງຝ່າຍ, ທ່ານ ຟານ ວັນ ຖັງ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໂດຍທ່ານ ໄດ້ເປັນເອກະພາບສູງຕໍ່ຜົນການພົບປະຮ່ວມມືສອງຝ່າຍ, ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ຍັງເຫັນດີໃຫ້ ເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງແຂວງ ຈຳປາສັກ ແລະ ດົງຖັບ ເພື່ອຈັດຕັ້ງຜັນຂະຫາຍເນື້ອໃນບົດບັນທຶກການຮ່ວມມື ລະຫ່ວາງ ສອງແຂວງ ນັ້ນໃຫ້ປະກົດຜົນເປັນຈິງ ແຕກດອກ ອອກຜົນ ຍິ່ງໆຂຶ້ນ.

ຂ່າວ: ທັດຊະນະ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ