
ຄົນເກີດວັນອາທິດ:ການງານ ພາລະກິດຫຼາຍເປັນພິເສດ ຈະເຮັດທຸລະກິດຫຍັງກໍເປັນເງິນເປັນຄຳໄປທຸກຢ່າງ ການເງິນ ມີໂອກາດໃຊ້ເງິນຊື້ເສື້ອຜ້າໃໝ່ ຫຼືມີເລື່ອງຈຳເປັນທີ່ຕ້ອງໃຊ້ຈ່າຍເງິນອອກໄປໃນໄລຍະນີ້ ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ຄວາມສຳພັນລະຫວ່າງກັນໃນໄລຍະນີ້ ຄວນໃຊ້ເຫດຜົນໃຫ້ຫຼາຍ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີແດງ ເລກນຳໂຊກ 3
ຄົນເກີດວັນຈັນ:ການງານ ກຽມສະຫຼອງຄວາມສຳເລັດໄດ້ເລີຍ ເພາະວຽກງານທີ່ພະຍາຍາມເຮັດມາດົນແລ້ວຈະເກີດຄວາມສຳເລັດອັນຍິ່ງໃຫຍ່ ການເງິນ ພົບຄວາມໝັ້ນຄົງດີຂຶ້ນທາງດ້ານການເງິນ ມີໂຊກເພີ່ມເຕີມຫຼາຍຂຶ້ນ ຄວາມຮັກ ຈະພົບຮັກ ພົບຄູ່ຄອງ ຄົນຄົນນີ້ເປັນຄົນເກັ່ງ ແລະ ມີຄວາມສາມາດ ທ່ານເປັນຄົນຈິງຈັງ ແລະ ຈິງໃຈ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ ເລກນຳໂຊກ 1
ຄົນເກີດວັນອັງຄານ:ການງານ ລະມັດລະວັງຄວາມຜິດພາດໃນການເຮັດວຽກງານ ແຕ່ຈະສາມາດສ້າງຜົນກຳໄລຈາກທຸລະກິດທີ່ຕົນເອງກະທຳຢູ່ ການເງິນ ລາຍຈ່າຍຍັງມີອີກຫຼາຍໃນໄລຍະນີ້ ແຕ່ກໍບໍ່ກະທົບທາງດ້ານການເງິນ ຄວາມຮັກ ກຳລັງພິຈາລະນາເລື່ອງຕ່າງໆ ທາງດ້ານຄວາມຮັກ ແຕ່ກໍຍັງບໍ່ຕັດສິນໃຈໃດໆ ເຄື່ອງມຸງຄຸນ ສາຍແຂນຄໍາ ສີມຸງຄຸນ ສີຂາວ ເລກນຳໂຊກ 8
ຄົນເກີດວັນພຸດ:ການງານ ໃຊ້ເທັກນິກ ແລະ ຄວາມສາມາດໃນການສ້າງສັນຜົນງານ ເຮັດໃຫ້ຕົນເອງປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ແລະ ຄົນຮັກ ຫຼືເພດກົງກັນຂ້າມ ຈະຖ້າອຸປະຖຳທາງດ້ານການເງິນ ຄວາມຮັກ ມີເກນທີ່ຈະພົບຄົນມີອາຢຸນ້ອຍກວ່າ ແລະມີນິໄສທີ່ຕ່າງກັນຫຼາຍ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 4
ຄົນເກີດວັນພະຫັດ:ການງານ ລະວັງຄວາມເລັ່ງຮີບ ຮີບຮ້ອນຈົນເກີນໄປ ຈະກໍ່ໃຫ້ເກີດຄວາມຜິດພາດທາງດ້ານການງານ ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ມີຄວາມໝັ້ນຄົງທາງດ້ານການເງິນດີຂຶ້ນ ຄວາມຮັກ ຄວນສື່ສານກັນໃຫ້ຫຼາຍຂຶ້ນ ກໍຈະມີໂອກາດສົມຫວັງດ້ານຄວາມຮັກຫຼາຍຂຶ້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຟ້າ ເລກນຳໂຊກ 0
ຄົນເກີດວັນສຸກ:ການງານ ຈະເຮັດທຸນກິດຈະການງານໃດໆ ໃນໄລຍະນີ້ ຕ້ອງມີທີ່ປຶກສາທີ່ດີຄອຍຖ້າໃຫ້ຄຳແນະນຳ ຄອຍຖ້າໃຫ້ການສະໜັບສະໜຸນ ຈຶ່ງຈະເກີດຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາໄລຍະນີ້ ແລະ ເກີດຄວາມຮູ້ສຶກດີໃຈຫຼາຍໆ ຄວາມຮັກ ບໍ່ມີເວລາທຸ້ມເທໃນເລື່ອງຄວາມຮັກເລີຍ ເພາະຕົນເອງນັ້ນມີພາລະກິດຫຼາຍເປັນພິເສດ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີສົ້ມ ເລກນຳໂຊກ 7
ຄົນເກີດວັນເສົາ:ການງານ ຊ່ວງນີ້ງານເຂົ້າມາຫຼາຍ ມີການຕິດຕໍ່ປະສານງານທີ່ຂ້ອນຂ້າງຫຼາຍເປັນພິເສດ ການເງິນ ຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງຕໍ່ເນື່ອງ ແລະ ເປັນໂຊກດີ ມີຄວາມຈະເລີນຮຸ່ງເຮືອງ ຄວາມຮັກ ຈະພົບໃຜບາງຄົນທີ່ຈະເຂົ້າມາໃຫ້ຄວາມຮັກແທ້ ແລະ ຄວາມຈິງໃຈ ພ້ອມມອບສິ່ງດີໆໃຫ້ ເຄື່ອງມຸງຄຸນ ເພັດສີຂາວ ສີມຸງຄຸນ ສີບົວ ເລກນຳໂຊກ 3
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














