
ຄົນເກີດວັນອາທິດ:ການງານ ໃຊ້ຄວາມພະຍາຍາມໃນການພົບອຸປະສັກໃນຕອນນີ້ ມີທີ່ປຶກສາທີ່ດີລໍຖ້າໃຫ້ຄຳແນະນຳ ການເງິນ ໃນໄລຍະນີ້ ບໍ່ສາມາດໃຊ້ເງິນສິ້ນເປືອງໄດ້ອີກ ຄວາມຮັກ ບໍ່ໂດດເດັ່ນໃນເລື່ອງຂອງຄວາມຮັກ ເພາະຕົນເອງຢາກຈະໃຊ້ຊີວິດແບບເປັນອິດສະຫຼະ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃນການຊ່ວຍປິ່ນປົວໃຫ້ສູນການແພດຈະໄດ້ບຸນກຸສົນດີ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີຂຽວ ເລກນຳໂຊກ 1
ຄົນເກີດວັນຈັນ:ການງານ ຈະເຮັດທຸລະກິດຫຍັງກໍກ້າວໜ້າ ປະສົບຄວາມສຳເລັດດີ ການເງິິນ ມີຂ່າວດີທາງດ້ານການເງິນເຂົ້າມາຢ່າງຕໍ່ເນື່ອງ ຈະໄດ້ຮັບເງິນພິເສດ ຄວາມຮັກ ພົບຄົົນທີ່ມີອາຍຸຫລາຍກວ່າ ເປັນຄົົນທີ່ມີການ ເວົ້າຈາໜ້າຟັງ ໃຈດີ ເຄັດລັບເສີມດວງປະຈຳມື້ນີ້ ງົດກິນຊີ້ນສັດໃນວັນສີນຈະໄດ້ບຸນຫຼາຍ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີດໍາ ເລກນຳໂຊກ 7
ຄົນເກີດວັນອັງຄານ:ການງານ ທຸລະກິດທີ່ກ່ຽວຂ້ອງກັບອາຫານ ແຟຊັ່ນ ການເງິນ ຫລື ຖ້າຂໍເຄຣດິດໄວ້ ຈະໄດ້ຮັບການອະນຸຕິຈາກສະຖາບັນການເງິນ ການເງິນ ລາຍຈ່າຍຍັງມີຫລາຍເປັນພິເສດ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃດໆ ໄດ້ເລີຍໃນໄລຍະນີ້ ຄວາມຮັກ ພົບຮັກກັບຄົົນທີ່ຕົນເອງນັ້ນປາດຖະໜາ ລາວຈະເຮັດໃຫ້ທ່ານພູມໃຈໃນຕົວທ່ານຫຼາຍໆ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃຫ້ມູນນິທິຄົນພິການຈະໄດ້ບຸນກຸສົນແຮງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກນຳໂຊກ 6
ຄົນເກີດວັນພຸດ:ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບ ພະຍາຍາມຜ່ານຜ່າອຸປະສັກໃນຕອນນີ້ໄປໃຫ້ໄດ້ ແລ້ວຈະເກີດຄວາມສຳເລັດ ແລະ ຊື່ສຽງທີ່ດີ ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໂຊກດີຫລາຍໆ ຈະໄດ້ເງິນກ້ອນໃຫຍ່ ຄວາມຮັກ ຍັງບໍ່ເປີດເຜີຍໃຫ້ຄົນອື່ນໄດ້ຮັບຮູ້ວ່າກຳລັງຄົບຫາກັບໃຜບາງຄົນຢູ່ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃຫ້ມູນນິທິຄົນພິການຈະໄດ້ບຸນກຸສົນແຮງ ເຄື່ອງມຸງຄຸນ ສາຍຄໍຄໍາ ສີມຸງຄຸນ ສີຟ້າ ເລກນຳໂຊກ 6
ຄົນເກີດວັນພະຫັດ:ການງານ ຈະພົບການປ່ຽນແປງທາງດ້ານການງານ ຕ້ອງສຶກສາວິທີເຮັດວຽກໃນຮູບແບບໃໝ່ສະເໝີໃນໄລຍະນີ້ ແຕ່ກໍຈະເກີດຄວາມສຳເລັດໄດ້ຫາກມີຄວາມຕັ້ງໃຈຈິງ ການເງິນ ຈະມີໂຊກດີເຂົ້າມາສະເໝີໃນໄລຍະນີ້ ຈະໄດ້ເງິນກ້ອນກໍເປັນໄປໄດ້ ຄວາມຮັກ ມີໂອກາດພົບຮັກ ການງານນຳພາມາໃຫ້ພົບກັນ ລາວເປັນຄົນກົງໄປກົງມາ ແລະ ມີຄວາມສາມາດຫຼາຍ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໃຈໃນການຊ່ວຍປິ່ນປົວໃຫ້ສູນການແພດຈະໄດ້ຮັບບຸນກຸສົນດີ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີແດງ ເລກນຳໂຊກ 4
ຄົນເກີດວັນສຸກ:ການງານ ການເຈລະຈາຂໍ້ຕົກລົງຕ່າງໆ ນັ້ນ ມີການລົງນາມເຫັນພ້ອງຕ້ອງກັນກັບຮຸ້ນສ່ວນ ແລະ ທີມງານ ການເງິນ ເຂົ້າສູ່ໄລຍະປະຢັດໄດ້ແລ້ວ ບໍ່ຄວນທີ່ຈະໃຊ້ເງິນແບບບໍ່ຄິດໜ້າຄິດຫຼັງ ຄວາມຮັກ ໃນໄລຍະນີ້ ຈະມີຄົນເຂົ້າມາ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກໃຜບາງຄົນ ເຄັດລັບເສີມດວງປະຈຳມື້ນີ້ ບໍລິຈາກປັດໄຈໃນການຊ່ວຍເຫຼືອສັດຈະໄດ້ບຸນຫຼາຍໆ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 1
ຄົນເກີດວັນເສົາ:ການງານ ພົບອຸປະສັກ ຕ້ອງໃຊ້ຄວາມພະຍາຍາມເປັນຢ່າງສູງໃນເລື່ອງຂອງການເຈລະຈາ ແລະ ສ້າງຄວາມສຳເລັດໃຫ້ກັບຕົນເອງ ການເງິນ ມີທັງຮັບທັງຈ່າຍສະຫຼັບກັນໄປໃນໄລຍະນີ້ ຢ່າປະໝາດ ໃຊ້ຈ່າຍເທົ່າທີ່ຈຳເປັນ ຄວາມຮັກ ຈະເລືອກຄົົນທີ່ຈະສ້າງຄວາມສຸກໃຫ້ຫຼາຍກວ່າສ້າງຄວາມທຸກໃຫ້ກັບຕົນເອງ ເຄັດລັບເສີມດວງປະຈຳມື້ນີ້ ດູແລຊ່ວຍເຫຼືອຍາດຕິພີ່ນ້ອງ ແລະ ເພື່ອນມິດແລ້ວຈະໂຊກດີ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີມ່ວງ ເລກນຳໂຊກ 9
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,527  | 21,804  | 
THB  | 664.10  | 675.39  | 
EUR  | 23,974  | 24,454  | 
CNY  | 2,942  | 3,000  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,920,000  | 43,450,000  | 
![]()  | 42,426,000  | 43,559,000  | 
								
								
															
								













