
ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ.
ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ກ່າວຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ວ່າ: ເລີ່ມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ.
ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດ ຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024, ຈະສາມາດສົ່ງອອກຈໍາໜ່າຍພາຍໃນແຂວງຊຽງຂວາງ, ຫົວພັນ,  ໄຊສົມບູນ ແລະ ບັນດາແຂວງ ໃນທົ່ວປະເທດ.
ເພື່ອເຮັດໃຫ້ການບໍລິການທີ່ມີຄວາມສະດວກສະບາຍແກ່ຜູ້ມາໃຊ້ບໍລິການນັ້ນ ທາງບໍລິສັດຍອດງື່ມພາວເວີ ໄດ້ມີແຜນທີ່ຈະພັດທະນາປໍ້າບໍລິການນໍ້າມັນເຊື້ອໄຟລາວ ທີ່ຕັ້ງຢູ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນປໍ້າທີ່ມີການບໍລິການຄົບວົງຈອນ ສະດວກສະບາຍທັນສະໄໝ ມີຮ້ານສັບພະສິນຄ້າ ຮ້ານອາຫານ ແລະ ເປັນປໍ້າທີ່ສວຍງາມ ທີ່ສຸດ ໃນ ສປປ ລາວ ເຊິ່ງຈະເລີ່ມເຂົ້າມາບໍລິຫານ ລົງມືກໍ່ສ້າງ ແລະ ປັບປຸງປໍ້ານໍ້າມັນໂພນງາມໃຕ້ເລີ່ມແຕ່ເດືອນຕຸລາ 2023 ເປັນຕົ້ນໄປ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2024.
ທີ່ມາ: ໜັງສືພິມວຽງຈັນທາຍ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,527  | 21,804  | 
THB  | 664.10  | 675.39  | 
EUR  | 23,974  | 24,454  | 
CNY  | 2,942  | 3,000  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,920,000  | 43,450,000  | 
![]()  | 42,426,000  | 43,559,000  | 
								
								
															
								













