
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ວັນທີ 15 ກັນຍາ 2023, ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການສະບັບເລກທີ 3630 ເພື່ອແຈ້ງເຖິງກົມ, ສະຖາບັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ ທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່, ໃຫ້ໂຈະຊົ່ວຄາວ ການຄົ້ນຄວ້າພິຈາລະນາໂຄງການ ພັດທະນາພະລັງງານລົມ, ແສງຕາເວັນ, ເຂື່ອນປ້ຳນໍ້າສູບເກັບ (Pumped Storage Power) ແລະ Hydrogen ທີ່ສະເໜີມາໃນໄລຍະນີ້, ເພື່ອໃຫ້ກົມນະໂຍບາຍ ແລະ ແຜນພະລັງງານຮ່າງແຜນແມ່ບົດພະລັງງານໃຫ້ສໍາເລັດກ່ອນ.
ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານໄຟຟ້າ ຢູ່ ສປປລາວ ມີການເຕີບໃຫຍ່, ຂະຫຍາຍຕົວຢ່າງໜັກແໜ້ນ ທັງຮັບປະກັນໃຫ້ດຳເນີນໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














