ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 September, 2023
ໝວດ: ຂ່າວ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ທີ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການ ກັບສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ, ເຊິ່ງການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບການເເຕ່ງຕັ້ງເປັນນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດເເໜ້ນການພົວພັນການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດພົບປະ, ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເຂົ້າໃນສາຍພົວພັນ ການຮ່ວມມືຂອງສອງປະເທດ ນັບມື້ນັບກ້າວເຂົ້າ ສູ່ທັງລວງກວ້າງ ແລະ ລວງເລິກ. ໃນໂອກາດດຽວກັນ, ສະຫາຍ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ພັກ ແລະ ລັດຖະບານຈີນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃຫ້ແກ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫລອດໄລຍະຜ່ານມາ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງ ຂອງສອງປະເທດ ນັບມື້ນັບຫລາຍເຊັ່ນກັນ ໂດຍສະເພາະ ໃນທ້າຍປີ 2022 ທີ່ຜ່ານມາ ຢູ່ທີ່ ນະຄອນຫລວງປັກກິ່ງ ການພົບປະຂອງສອງສະຫາຍເລຂາທິການໃຫຍ່ ສອງປະເທດ ກໍໄດ້ພ້ອມກັນຕີລາຄາຄືນ ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະພ້ອມກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດ້ວຍຄຸນນະພາບສູງ ເຊິ່ງເຊື່ອໝັ້ນວ່າ ຈະເປັນການຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ມີເນື້ອໃນເລິກເຊິ່ງຂຶ້ນ. ສໍາລັບການພົວພັນ

ຮ່ວມມືຂອງສອງຝ່າຍ ເຫັນໄດ້ວ່າ ສາມາດຮ່ວມກັນຈັດຕັ້ງປະຕິບັດຢ່າງມີໝາກຜົນຕົວຈິງ ໂດຍສະເພາະ ການເປີດນຳໃຊ້ ລົດໄຟ ລາວ-ຈີນ ກໍຄືການເປີດຂະບວນລົດໄຟສາຍສາກົນ ວຽງຈັນ-ຄຸນໝິງ-ວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ເຊິ່ງລ້ວນແຕ່ເປັນເຫດການທີ່ມີຄວາມໝາຍສໍາຄັນ, ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ນັບມື້ກ້າວສູ່ລະດັບສູງກວ່າເກົ່າ, ການຮ່ວມມືອັນແໜ້ນແຟ້ນຂອງສອງປະເທດ ໄດ້ນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ການຄ້າ, ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນ ໃນຂົງເຂດນີ້ ຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ. ໃນຕໍ່ໜ້າ ທັງສອງຝ່າຍຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນສືບຕໍ່ປະຕິບັດ ບັນດາເນື້ອໃນທີ່ການນໍາພັກ-ລັດຂັ້ນສູງຂອງສອງປະເທດ ໄດ້ຕົກລົງ ເພື່ອຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມແຜນການ; ສືບຕໍ່ແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດ ລວມທັງ ການສືບຕໍ່ການຮ່ວມມືທາງດ້ານ ພະລັງງານ, ກະສິກໍາ ຫລື ດ້ານອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາ ຊົນລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງ ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫລືອ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້, ພ້ອມທັງ ຫວັງຢ່າງຍິ່ງວ່າສອງຝ່າຍ ຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ກໍຄື ອາຊຽນຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດທະສາດຮອບດ້ານ.

ໃນຕອນທ້າຍ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ອວຍພອນໃຫ້ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນ ໄຫວຢ້ຽມຢາມ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.

ໃນວັນດຽວກັນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ Ding Yan zhang ປະທານ ກຸ່ມບໍລິສັດ China Power ພ້ອມດ້ວຍຄະນະ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ