ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 September, 2023
ໝວດ: ຂ່າວ

ໂດຍຕອບສະໜອງຕາມການເຊື້ອເຊີນ ຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ ເພື່ອຄວາມກົມກຽວ, ເປັນຄູ່ຮ່ວມອະນາຄົດດຽວກັນ” ແລະ “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ ຂອງຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ຮັກສາ ຄວາມເປັນສູນກາງ ແຫ່ງການຈະເລີນເຕີບໂຕອັນໃໝ່” ເຊິ່ງໃນປີ 2023 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນຫລາຍຢ່າງ ເພາະແມ່ນປີແຫ່ງການສະເຫລີມ ສະຫລອງ ງານວາງສະແດງສິນຄ້າອາຊຽນ-ຈີນ ຄົບຮອບ 20 ປີ; ເປັນປີແຫ່ງການສະເຫລີມ ສະ ຫລອງຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ຄົບຮອບ 10 ປີ; ທັງເປັນປີທໍາອິດຂອງການຍົກລະດັບການເຈລະຈາເຂດການຄ້າເສລີອາຊຽນ-ຈີນ ສະບັບທີ 3.

ນັບແຕ່ ປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ບໍ່ພຽງແຕ່ເປັນກົນໄກໜຶ່ງທີ່ຈັດຂຶ້ນເປັນປະຈໍາທຸກປີ ທີ່ມີຄວາມສໍາຄັນຕໍ່ພາກທຸລະກິດລະຫວ່າງ ອາຊຽນ-ຈີນ ເທົ່ານັ້ນ ແຕ່ຍັງເປັນເວທີເພື່ອເຕົ້າໂຮມເອົາບັນດາຫົວໜ່ວຍທຸລະກິດຈາກ ອາຊຽນ ແລະ ຈີນ ໃຫ້ມີໂອກາດໄດ້ພົບປະ ແລະ ແລກປ່ຽນປະສົບການຮ່ວມກັນ ເພື່ອສົ່ງເສີມທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມດຽວກັນ ກໍຍັງເປັນການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງພາກພື້ນ ໃຫ້ນັບມື້ເພີ່ມທະວີຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດກ່າວເປີດພິທີງານວາງ ສະແດງ ຢ່າງເປັນທາງການ ໂດຍໄດ້ກ່າວບາງຕອນສໍາຄັນຕໍ່ທິດທາງການຮ່ວມມືລະຫວ່າງຈີນ ແລະ ອາຊຽນ ໃຫ້ມີຄວາມສະໜິດສະໜົມ ຮັກແພງຄືພີ່ນ້ອງກັນ, ຮ່ວມມືກັນດ້ວຍຄວາມຈິງໃຈ ເພື່ອສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຍາວນານ ເພື່ອນໍາເອົາຜົນປະໂຫຍດມາຮ່ວມກັນ ແລະ ເຊື່ອມໂຍງກັນທາງດ້ານໂຄງລ່າງພື້ນຖານ ກໍຄືລະບົບ ແລະ ປັດໄຈການຜະລິດ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຂຶ້ນກ່າວຄໍາປາໄສ ໂດຍໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງງານວາງ ສະແດງສິນຄ້າອາຊຽນ-ຈີນ ທີ່ໄດ້ຈັດຂຶ້ນໄລຍະ 19 ປີຜ່ານມາ, ລວມທັງ ການພົວພັນຮ່ວມມືລະຫວ່າງ ອາ ຊຽນ-ຈີນ ຕະຫລອດໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ອາຊຽນໄດ້ຜະເຊີນກັບຄວາມຫຍຸ້ງຍາກຕ່າງໆເປັນຕົ້ນ ການແຜ່ລະບາດພະຍາດໂຄວິດ-19 ເຊິ່ງລັດຖະບານ ສປ ຈີນ ກໍໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນຢ່າງທັນການ, ພ້ອມທັງ ໄດ້ເນັ້ນເຖິງຄວາມສໍາຄັນ ກ່ຽວກັບການເຊື່ອມຈອດ ເຊື່ອມໂຍງ ພາກພື້ນ ແລະ ສາກົນ ໂດຍຮຽກຮ້ອງໃຫ້ມີການຮ່ວມມືກັນ ເພື່ອສ້າງໃຫ້ມີຄວາມກົມກຽວ, ບໍ່ວ່າຈະເປັນການຈັດ ຕັ້ງປະຕິບັດ ຖະແຫລງການຮ່ວມອາຊຽນ-ຈີນ ກ່ຽວກັບການເຊື່ອມສານແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025; ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ຂອບການຟື້ນຟູຮອບດ້ານອາຊຽນ, ສັນຍາເສດຖະກິດຮອບດ້ານລະດັບພາກພື້ນ ຫລື ອາເຊັບ ແລະ ໄດ້ສະແດງຄວາມຊົມເຊີຍທີ່ສັນຍາດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ໃນຕົ້ນປີ 2022 ຜ່ານມາ. ພ້ອມດຽວກັນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.

ນອກຈາກເຂົ້າຮ່ວມພີທີເປີດງານດັ່ງກ່າວແລ້ວ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມບັນດາຫ້າງຮ້ານຂາຍສິນຄ້າ ຈາກຫົວໜ່ວຍທຸລະກິດຕ່າງໆ ທີ່ໄດ້ນໍາມາວາງສະ ແດງໃນງານເທື່ອນີ້ ລວມທັງຫ້າງຮ້ານທີ່ມີຫລາກຫລາຍຜະລິດຕະພັນຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເຊັນສັນຍາລະຫວ່າງ ບໍລິສັດ ລັດລວມສູນຜະລິດຕະພັນສິນຄ້າກະສິກໍາ ກັບກຸ່ມບໍລິສັດຢຸນນານຮົວມານຊຽງ ພັດທະນາກະສິກໍາ, ກຸ່ມບໍລິສັດກວາງຊີຈີນຊູຍກະສິກໍາ, ກຸ່ມບໍລິສັດ ຈົງອີ ລົງທຶນສາກົນ; ເຂົ້າຮ່ວມພິທີເປີດຫໍວາງສະແດງສິນຄ້າຂອງລາວ; ເຂົ້າຮ່ວມ ແລະ ມີຄໍາເຫັນກ່າວປາໄສຕໍ່ ກອງປະຊຸມຜູ້ນໍາທຸລະກິດອາຊຽນ-ຈີນ; ພ້ອມທັງໄດ້ພົບປະກັບທ່ານປະທານ ບໍລິສັດ China Communications Construction ແລະ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ເພື່ອແລກປ່ຽນບາງບັນຫາທີ່ມີຄວາມສົນໃຈຮ່ວມກັນ ຕື່ມອີກ.

ຂ່າວ-ພາບ: ສນຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ