ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 October, 2023
ໝວດ: ຂ່າວ

ວັນທີ 28 ກັນຍາ 2023, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ອອກແຈ້ງການສະບັບເລກທີ 1374/ກປຂ.ຈສ ກ່ຽວກັບການຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ ວ່າ:

ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫລວດ, ພໍ່ ແມ່ປະຊາຊົນ, ນັກທຸລະກິດ, ທາງພາຍໃນ ແລະ ຕ່າງປະເທດ ເກັບກູ້ ແລະ ຊື້ – ຂາຍ ຂີ້ກະເດືອນ ແລະ ດັກຈັບນົກທຸກຊະນິດ ຢູ່ຕາມທໍາມະຊາດ ເພື່ອລ້ຽງ ເປັນທຸລະກິດຢ່າງເດັດຂາດ, ໂດຍບໍ່ໃຫ້ໃຊ້ເຄື່ອງມືລັກສະນະດັບສູນ.

2.ຖ້າຫາກບຸກຄົນ ຫລື ບໍລິສັດໃດຢາກເກັບກູ້, ຊື້- ຂາຍ ຂີ້ກະເດືອນ ແລະ ດັກຈັບ ນົກ ທຸກຊະນິດ ຢູ່ຕາມທໍາມະຊາດ ເພື່ອເປັນທຸລະກິດ ແມ່ນຕ້ອງໄດ້ເຮັດຫນັງສືສະເໜີ ຫາ ພະແນກກະສິກໍາ ແລະ ປ່າໄມ້ (ຂະແໜງປ່າໄມ້) ເພື່ອລົງສໍາຫລວດ ແລະ ເກັບກໍາຂໍ້ມູນ ສຶກສາຄວາມເປັນໄປໄດ້ ໂດຍຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ລະບົບນິເວດທາງທໍາມະຊາດ ແລະ ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກໍາ ແລະ ປ່າໄມ້ ຈຶ່ງສາມາດຈັດຕັ້ງປະຕິບັດໄດ້.

3.ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ 1 ນະຄອນ 9 ເມືອງ ເຜີຍແຜ່ແຈ້ງການ ສະບັບນີ້ໃຫ້ ພໍ່ແມ່ ປະຊາຊົນ, ອໍານາດການປົກຄອງບ້ານ ແລະ ນັກທຸລະກິດ ຈົ່ງຮັບຮູ້ ແລະ ເຂົ້າໃຈ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ໃນກໍລະນີຜູ້ໃດ ຫາກລະເມີດ ຕໍ່ແຈ້ງການສະບັບນີ້ ຈະຖືກປັບໃໝດໍາເນີນຄະດີ ຕາມມາດຕາ 70, 71 ຂອງກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ, ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2008.

ດັ່ງນັ້ນ, ຈື່ງໄດ້ແຈ້ງການມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ