
ວັນທີ 4 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະ ໄດ້ເດີນທາງດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກສະຖານີລົດໄຟ ນະຄອນຫລວງວຽງຈັນ ຫາ ສະຖານີລົດໄຟວັງວຽງ ເພື່ອຊົມທິວທັດທໍາມະຊາດ, ການຜະລິດກະສິກໍາ ແລະ ວິຖີຊີວິດການເປັນຢູ່ຂອງປະຊາຊົນລາວ ຕາມເສັ້ນທາງລົດໄຟ ລາວ-ຈີນ. ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໄດ້ຕ້ອນຮັບ ແລະ ນຳພາທ່ຽວຊົມທິວທັດທໍາມະຊາດ ແລະ ທິວທັດຕົວເມືອງວັງວຽງ ພ້ອມທັງ ຢ້ຽມຊົມຮ້ານວາງສະແດງຜະລິດຕະພັນສິນຄ້າກະສິກໍາ ແລະ ຫັດຖະກໍາຂອງລາວ ຄື: ຜະລິດຕະພັນເຂົ້າຈ້າວ, ເຂົ້າໜຽວ, ກາເຟ, ຊາ, ຜ້າໄໝລາວ, ສິ້ນໄໝລາວ, ປັກດິ້ງ, ຊານໍ້າກ້ຽງ, ຜະລິດຕະພັນເຈ້ຍສາ, ເຄື່ອງແກະສະຫລັກລາຍລາວ ແລະ ອື່ນໆ.
ຈາກນັ້ນ ຜູ້ນໍາຂອງລາວ ແລະ ບຣູໄນ ພ້ອມດ້ວຍຄະນະ ໄດ້ເດີນທາງກັບຄືນນະຄອນຫລວງວຽງຈັນ ດ້ວຍລົດໄຟຄວາມໄວສູງຖ້ຽວພິເສດຈາກສະຖານີລົດໄຟວັງວຽງ ຫາ ສະຖານີລົດໄຟນະຄອນຫລວງວຽງຈັນ ແລະ ຕອນບ່າຍວັນດຽວກັນ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມຄະນະໄດ້ເດີນທາງກັບຄືນປະເທດດ້ວຍຖ້ຽວບິນພິເສດ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














