ກຸ່ມນ້ຳກ້ອນນະຄອນຫລວງວຽງຈັນ, ໄດ້ອອກແຈ້ງການເລກທີ 004 ເພື່ອ ແຈ້ງໃຫ້ຜູ້ບໍລິໂພກ ແລະ ຜູ້ຕິດພັນກັບການນໍາໃຊ້ນໍ້າກ້ອນເຂົ້າໃນການຄ້າຂາຍ ຊາບທົ່ວເຖິງກັນວ່າ: ທາງກຸ່ມນໍ້າກ້ອນຈະໄດ້ປັບລາຄານໍ້າກ້ອນຈາກ 1 ເປົາ =15.000 ກີບ ມາເປັນ 1 ເປົາ=18.000 ກີບ ໂດຍຈະເລີ່ມຈັດຕັ້ງປະຕິບັດ ວັນທີ 16 ຕຸລາ 2023 ເປັນຕົ້ນໄປ. ເນື່ອງຈາກຕົ້ນທຶນການຜະລິດໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ໃນປັດຈຸບັນ, ການປັບຕົວຂຶ້ນຂອງນໍ້າມັນເຊື້ອໄຟທີ່ຕ້ອງໄດ້ນໍາໃຊ້ໃນການຂົນສົ່ງ ແລະ ຕິດພັນກັບການປັບຄ່າໄຟຟ້າຂອງລັດວິສະຫະກິດໄຟຟ້າລາວໃນໄຕມາດທີສາມ ແຕ່ເດືອນ ກັນຍາ 2023 ເປັນຕົ້ນໄປ, ເຊິ່ງເປັນອັດຕາສູງສຸດຂອງລາຄາພາກອຸດສະຫະກໍາປຸງແຕ່ງທົ່ວໄປໃນປີ 2023 ເມື່ອທຽບໃສ່ລາຄາໄຟເດືອນ ສິງຫາ ຄືນຫລັງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ຕິດພັນກັບການນໍາໃຊ້ນໍ້າກ້ອນໄດ້ຮັບຊາບ ແລະ ເຂົ້າໃຈນໍາຄວາມຈໍາ ເປັນໃນການປັບຂຶ້ນລາຄາໃນຄັ້ງນີ້.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,392 | 21,667 |
![]() THB | 659.01 | 670.87 |
![]() EUR | 24,252 | 24,736 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |