
ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫລວງປັກກິງ ສປ ຈີນ, ວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ.
ໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດ ແລະ ຊຸກຍູ້ໃຫ້ມີການສົ່ງເສີມການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງໃຫ້ກວ້າງຂວາງ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຣັດເຊຍ.
ທ່ານ ປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ທີ່ ຈັດຂຶ້ນ ຢູ່ ສ ຣັດເຊຍ ໃນເດືອນກັນຍາຜ່ານມາ ແລະ ສະແດງຄວາມຂອບໃຈ ມາຍັງລັດຖະບານ ກໍຄືປະຊາຊົນຣັດເຊຍ ທີ່ໃຫ້ການຊ່ວຍເຫລືອສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້, ແຈ້ງປະທານາທິບໍ ສ ຣັດເຊຍ ກ່ຽວກັບ ສປປ ລາວ ຈະໄດ້ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ເຊື້ອເຊີນ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.
ຂໍ້ມູນ: ກະຊວງການຕ່າງປະເທດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








