
ຄົນເກີດວັນອາທິດ:ການງານ ການເຈລະຈາຕໍ່ລອງການແບ່ງຜົນປະໂຫຍດຈະເກີດຂໍ້ຕົກລົງທີ່ດີຮ່ວມກັບຫຸ້ນສ່ວນ ການເງິນ ປະສົບຄວາມສຳເລັດທາງດ້ານການເງິນດີຂຶ້ນຫລາຍໆ ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຄົນສະຫລຽວສະຫລາດ ຊ່າງເວົ້າ ມີເກນອາຍຸນ້ອຍກວ່າ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີຂາວ ເລກນຳໂຊກ 7
ຄົນເກີດວັນຈັນ:ການງານ ເຮັດວຽກທີ່ໃຊ້ຈິນຕະນາການ ເປັນນັກປະພັນ ຫລືເປີດບໍລິສັດໂຄສະນາ ຈະເຮັດໃຫ້ຕົນເອງນັ້ນຈະເລີນຮຸ່ງເຮືອງ ແລະລ້ຳລວຍ ການເງິນ ຈະໂຊກດີເພາະພີ່ນ້ອງ ຫລື ໃຜບາງຄົນ ຈະມາໃຫ້ການຊ່ວຍເຫລືອແລະ ອຸບປະຖຳດ້ານການເງິນ ຄວາມຮັກ ຈະພົບຄົົນທີ່ມີອາຍຸຫລາຍກວ່າ ທ່ານເປັນຄົົນທີ່ເກັ່ງ ແລະ ມີຄວາມສາມາດ ຢູ່ໃນເກນຜິວຄໍ້າ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີມ້ວງ ເລກນຳໂຊກ 6
ຄົນເກີດວັນອັງຄານ:ການງານ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕໍາແໜ່ງ ຫລືຊ່ວງນີ້ມີໂອກາດໄດ້ຮັບຫນ້າທີ່ໃໝ່ທີ່ຈະນຳພາຕົນເອງໄປສູ່ຄວາມມີຊື່ສຽງ ແລະ ຄວາມສຳເລັດ ການເງິນ ໂຊກດີຈະໄດ້ເງິນເຂົ້າມາຕໍ່ເນື່ອງໃນມື້ນີ້ ຄວາມຮັກ ມີໂອກາດພົບຄູ່ຄອງຄູ່ອຸບປະຖຳໃນຊ່ວງນີ້ ມີຄວາມສຸກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີບົວ ເລກນຳໂຊກ 9
ຄົນເກີດວັນພຸດ:ການງານ  ປັບປ່ຽນວິທີການດຳເນີນທຸລະກິດຈະເຮັດໃຫ້ໄດ້ຮັບຜົນກຳໄລທີ່ດີ ການເງິນ  ທ່ານເປັນຄົນເກັບເງິນເກັ່ງ ແລະຈະໄດ້ປົດພາລະໜີ້ສິນເກົ່າໆອອກໄປ ຄວາມຮັກ   ທ່ານອາດຈະໄດ້ເດີນທາງໄກລແລ້ວຈະພົບຄົົນທີ່ມີສະເໜ່ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຟ້າ
ເລກນຳໂຊກ   4
ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດໃນວົງການບັນເທີງ ທຸລະກິດເປີດຮ້ານເສີມຄວາມງາມ ເປີດຣ້ານສະປາເພື່ອສຸຂະພາບ ຈະເຮັດໃຫ້ໄດ້ຮັບຜົນກຳໄລ ການເງິນ ຊ່ວງນີ້ລາຍຈ່າຍມີຫລາຍເປັນພິເສດ ຕ້ອງໃຊ້ຄວາມປະຢັດຮ່ວມຈຶ່ງຈະດີ ຄວາມຮັກ ໂອກາດພົບເຈີຄູ່ຄອງຈາກເລື່ອງງານທີ່ຕ້ອງເຮັດຮ່ວມກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 2
ຄົນເກີດວັນສຸກ:ການງານ ມີໂອກາດພົບຫຸ້ນສ່ວນທີ່ດີຮ່ວມກັນເຮັດທຸລະກິດເກີດຄວາມຈະເລີນຮຸ່ງເຮືອງ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກ ພົບຮັກກັບຄົົນທີ່ເກັ່ງ ມີຄວາມສາມາດ ມີທັດສະນະຄະຕິທີ່ຄືກັນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານ ທ່ານຄວນໃຊ້ພອນສະຫວັນ ແລະ ຄວາມສາມາດຂອງຕົນເອງອອກມາໃຊ້ໄດ້ຢ່າງເຕັມທີ່ຈະເຮັດໃຫ້ປະສົບຄວາມສຳເລັດ ການເງິນ ພົບໂຊກດີເພາະມີຄົນເຂົ້າມາອຸບປະຖຳທາງດ້ານການເງິນ ຄວາມຮັກ ຢູ່ໃນເກນທີ່ດີໃນເລື່ອງຂອງຄວາມຮັກ ເພາະຄົນຮັກຈະມີສ່ວນຊ່ວຍເຫລືອເກື້ອກູນກັນ ເຄື່ອງມຸງຄຸນ ຫີນນໍາໂຊກສີບົວ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 5
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








